logo

ຫຼາຍ​ປະ​ເທດ​ຕອ​ບ​ສະ​ໜອງ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບເຂດ ກາ​ຊາ ຂອງ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

2026/1/20 | 07:34:47
(VOVWORLD) - ວັນທີ 19 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສົ່ງຄຳເຊື້ອເຊີນໄປຍັງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມສະພາສັນຕິພາບເຂດ ກາຊາ, ເຊິ່ງແມ່ນກົນໄກໃໝ່ ໂດຍທ່ານສະເໜີ ເພື່ອແນໃສ່ຕິດຕາມກວດກາໄລຍະຕໍ່ໄປຂອງແຜນການສັນຕິພາບໃຫ້ແກ່ເຂດ ກາຊາ, ພ້ອມທັງສາມາດເປີດກວ້າງບົດບາດແກ້ໄຂການປະທະກັນອື່ນໆໃນທົ່ວໂລກ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ (ພາບ:  REUTERS/Evelyn Hockstein)

 ທ່ານ Vladimir Putin ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມສະພາດັ່ງກ່າວ ແລະ ທ່ານ Dmitry Peskov ເລຂາດ້ານສື່ມວນຊົນຂອງປະທານາທິບໍດີ ລັດເຊຍ, ໃຫ້ຮູ້ວ່າ ມົດສະກູ ພວມຄົ້ນຄວ້າຂໍ້ສະເໜີດັ່ງກ່າວ ແລະ ຫວັງວ່າ ຈະຕິດຕໍ່ກັບວໍຊິງຕັນເພື່ອເຮັດແຈ້ງບັນດາເນື້ອໃນລະອຽດ.

ກໍໃນວັນດຽວກັນ, ໂຄສົກຂອງລັດຖະບານ ເຢຍລະມັນ ກໍໃຫ້ຮູ້ວ່າ ໄດ້ຮັບຄຳເຊື້ອເຊີນ ແລະ ຈະພິຈາລະນາກ່ຽວກັບການປະກອບສ່ວນເຊິ່ງ Berlin ອາດຈະປະຕິບັດ ເພື່ອມຸ່ງໄປເຖິງເປົ້າໝາຍແກ້ໄຂການປະທະກັນຢູ່ເຂດ ກາຊາ ຢ່າງຍາວນານ. ຄະນະກຳມະການເອີຣົບ ຢັ້ງຢືນວ່າ ທ່ານນາງປະທານ Ursula von der Leyen ກໍໄດ້ຮັບຄຳເຊື້ອເຊີນຈາກ ອາເມລິກາ ແລະ ພວມປຶກສາບັນດາການນຳສະຫະພາບເອີຣົບ (EU) ກ່ຽວກັບຄວາມສາມາດເຂົ້າຮ່ວມ; ພ້ອມທັງຢັ້ງຢືນວ່າ EU ພ້ອມແລ້ວທີ່ຈະປະກອບສ່ວນໃຫ້ແກ່ແຜນການຮອບດ້ານ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ. ກະຊວງການຕ່າງປະເທດ ຝລັ່ງ ໃຫ້ຮູ້ວ່າ ປະເທດນີ້ພວມພິຈາລະນາຂໍ້ລິເລີ່ມ ພ້ອມກັນນັ້ນ ກໍຢັ້ງຢືນຄືນຄຳໝັ້ນສັນຍາກັບກົດບັດ ສປຊ ແລະ ເນັ້ນໜັກວ່າ ນີ້ຍັງຄົງແມ່ນພື້ນຖານຂອງລັດທິຫຼາຍຝ່າຍທີ່ມີປະສິດທິຜົນ.

ນັກຂ່າວ VOV ປະຈຳ ອາເມລິກາ ແລະ ອີຢິບ

TAG
VOV/VOVworld/ສະ​ພາ​ສັນ​ຕິ​ພາບ ເຂດ ກາ​ຊາ/ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ