logo

ຫາຍຟ່ອງ ມີການຫັນປ່ຽນຢ່າງຕັ້ງໜ້າໃນການປ້ອງກັນ, ຕ້ານການຂຸດຄົ້ນ IUU

2025/12/27 | 08:45:49
(VOVWORLD) - ປະຈຸບັນທາງນະຄອນມີກຳປັ່ນຫາປາ 788 ລຳ ແລະ ກຳປັ່ນທັງໝົດໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນອະນຸດຍາດການຂຸດຄົ້ນ
ທີ່ກອງປະຊຸມສະໜອງຂໍ້ມູນ ແລະ ມອບຮັບໜ້າທີ່ສື່ມວນຊົນເດືອນ ທັນວາ
(ພາບ: TTXVN)

        ຫາຍຟ່ອງ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນການປະຕິບັດການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ພ້ອມກັບທົ່ວປະເທດແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີລົບ (ອີຊີ). ທີ່ກອງປະຊຸມສະໜອງຂໍ້ມູນ ແລະ ມອບຮັບໜ້າທີ່ສື່ມວນຊົນເດືອນ ທັນວາ ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 26 ທັນວາ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຫາຍຟ່ອງ ໃຫ້ຮູ້ວ່າ, ປະຈຸບັນທາງນະຄອນມີກຳປັ່ນຫາປາ 788 ລຳ ແລະ ກຳປັ່ນທັງໝົດໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນອະນຸດຍາດການຂຸດຄົ້ນ, ໄດ້ສ້າງຂໍ້ມູນໃໝ່ຕາມຕົວຈິງ, ກວດກາປຽບທຽບໃນແອັບ VneID ແລະ ອັບເດດເຂົ້າຊອບແວຄຸ້ມຄອງການປະມົງແຫ່ງຊາດ VNFishbase ແລະ ຕິດຕັ້ງເຄື່ອງຕິດຕາມການເດີນທາງ. ໃນໄລຍະຈະມາເຖິງ, ຫາຍຟ່ອງ ຈະສືບຕໍ່ໂຄສະນາກ່ຽວກັບກົດໝາຍວ່າດ້ວຍສິນທະເລ; ເພີ່ມທະວີການຕິດຕາມກວດກາກຳປັ່ນຫາປາຢ່າງເຂັ້ມງວດ ແລະ ເພີ່ມທະວີການລາດຕະເວນທາງທະເລ…

TAG
VOV/VOVworld/​ຈົດ​ທະ​ບຽນ/ໃບ​ຢັ້ງ​ຢືນ/​ອະ​ນຸດ​ຍາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ