logo

ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະກອບສ່ວນສຳຄັນເຂົ້າໃນການພັດທະນາແບບຍືນຍົງຂອງ ຫວຽດນາມ

2025/12/4 | 10:49:21
(VOVWORLD) - ບັນດາຜູ້ແທນໄດ້ພ້ອມກັນຫວນຄືນໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ (NGO) ຕ່າງປະເທດໃນໄລຍະ 2019 – 2025.
(ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຄຳເຫັນທີ່ກອງປະຊຸມ)

        “ການຮ່ວມມືກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະສືບຕໍ່ສວມບົດບາດສຳຄັນໃນຍຸດທະສາດການຕ່າງປະເທດຂອງ ຫວຽດນາມ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ”. ນີ້ແມ່ນຄຳເຫັນຂອງຜູ້ແທນຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມສາກົນຄັ້ງທີ 5 “ການຮ່ວມມື ຫວຽດນາມ - ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ຄູ່ຮ່ວມມືເພື່ອການພັດທະນາຢ່າງວັດທະນາຖາວອນ ແລະ ຍືນຍົງ”, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 04 ທັນວາ, ຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ (NGO) ຕ່າງປະເທດໃນໄລຍະ 2019 – 2025. ຕາມນັ້ນແລ້ວ, ປະຈຸບັນ ມີ 397 ອົງການ NGO ເຄື່ອນໄຫວຢູ່ ຫວຽດນາມ ເປັນປະຈຳ, ມາຈາກ 32 ປະເທດ, ໃນນັ້ນມີບັນດາອົງການໄດ້ປະກອບສ່ວນເປັນເວລາກວ່າ 50 ປີຜ່ານມາ. ຕີລາຄາສູງບັນດາການປະກອບສ່ວນຂອງ NGO, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:

        “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າປາດຖະໜາວ່າບັນດາອົງການຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນຂົງເຂດໃຫ້ບຸລິມະສິດ, ຄື: ການພັດທະນາມະນຸດ, ຍົກສູງການຮັບປະກັນຊີວິດສັງຄົມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ນະວັດຕະກຳ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ… ສືບຕໍ່ແບ່ງປັນບົດຮຽນ, ພູມປັນຍາ, ເຕັກໂນໂລຊີ, ເຊື່ອມຕໍ່ ຫວຽດນາມ ກັບເຄືອຂ່າຍນັກຊ່ຽວຊານສາກົນ, ຊ່ວຍ ຫວຽດນາມ ເຂົ້າຮ່ວມບັນດາຂໍ້ລິເລິ່ມພັດທະນາທົ່ວໂລກໃຫ້ເລິກເຊິ່ງກວ່າ”.

TAG
VOV/VOVworld/ຄູ່​ຮ່ວມ​ມື/ພັດ​ທະ​ນາ​/ວັດ​ທະ​ນາ​ຖາ​ວອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ