logo

ອົງຄະນະພັກຄະນະໂຄສະນາສຶກສາສູນກາງ ຈັດຕັ້ງກອງປະຊຸມເຜີຍແຜ່, ຊາບຊຶມມະຕິສູນກາງຄັ້ງທີ 4

2012/4/6 | 08:08:00
ທ່ານ Dinh The Huynh ​ໄດ້​ຮຽກຮ້ອງ​ໃຫ້​ພະນັກງານ, ສະມາຊິກ​ພັກ​ອົງການ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຄວນ​ມີ​ຄວາມຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງ​ເຖິງ​ຈຸດປະສົງ, ຄວາມ​ໝາຍ, ຄວາມ​ຮຽກຮ້ອງ​ຕ້ອນ​ການ ​ເນື້ອ​ໃນ​ຂອງມະຕິ


ທ່ານ Dinh The Huynh ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
( ພາບ: tuyengiao.vn )


( vovworld ) – ​ ​​ວັນ​ທີ 5/4, ອົງຄະ​ນະພັກ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ເຜີຍ​ແຜ່,​ ຊາບ​ຊຶມ​ມະຕິ​ສູນ​ກາງ​ຄັ້​ງທີ 4 ຊຸດ​ທີ 11. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ພິ​ເສດ​ຂອງ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 “ ບາງ​ບັນຫາ​​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ ” ​ແລະ ບົດ​ບາດ​ຕັດ​ສິນ​ຂອງ​ວຽກ​ງານ​ຈັດ​ຕັ້ງ​ປະຕິບັດ​ມະຕິ. ທ່ານ Dinh The Huynh ​ໄດ້​ຮຽກຮ້ອງ​ໃຫ້​ພະນັກງານ, ສະມາຊິກ​ພັກ​ອົງການ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຄວນ​ມີ​ຄວາມຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງ​ເຖິງ​ຈຸດປະສົງ, ຄວາມ​ໝາຍ, ຄວາມ​ຮຽກຮ້ອງ​ຕ້ອນ​ການ ​ເນື້ອ​ໃນ​ຂອງມະຕິ, ກຳ​ແໜ້ນ​ແນວ​ຄິດ​ຊີ້​ນຳ ​ແລະ ບັນດາ​ວຽກ​ງານ​ທີ່ຕ້ອງ​ເຮັດ. ບົນ​ພື້ນຖານ​ນັ້ນ, ມີ​ຄວາມເປັນ​ເອກະ​ພາບ​ນຳ​ກັນ​ສູງ​ກ່ຽວ​ກັບ​​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ, ​ຮັບ​ຮູ້ໜ້າ​ທີ່​ຂອງ​ຕົນ​ເພື່ອ​ເປັນ​ແບບຢ່າງ​ປະຕິບັດດ້ວຍ​ຄວາມ​ຕື່ນ​ຕົວ. ພ້ອມ​ກັນ​ນັ້ນ, ​ປະຕິບັດ​ໜ້າ​ທີ​ເປັນ​ເສນາ​ທິການ​ໃຫ້​ແກ່​ກົມ​ການ​ເມືອງ, ຄະນະ​ເລຂາ, ຄະນະ​ປະບໍລິຫານງານ​ສູນ​ກາງ​​ໃນ​ການຊີ້​ນຳ​ການຈັດ​ຕັ້ງ ​ແລະ ປະຕິບັດ.



TAG
ສຶກສາ​ສູນ​ກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ