logo

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

2025/11/6 | 09:07:00

(VOVWORLD) - ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.

ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມິນູດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

ໃນບົດກ່າວປາໄສອັດກອງປະຊຸມສູນກາງ 14, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມິນູດ ຫວຽດນາມ ເນັ້ນໜັກວ່າ ກອງປະຊຸມສູນກາງ 14 ໄດ້ປະຕິບັດສຳເລັດທຸກເນື້ອໃນ, ລາຍການທີ່ໄດ້ວາງອອກດ້ວຍຄວາມເຫັນດີເປັນເອກະພາບຢູ່ລະດັບສູງ, ມີຄຸນນະພາບດີ. ພາຍຫຼັງ 2 ວັນເຮັດວຽກ, ຄະນະບໍລິຫານງານສູນກາງພັກໄດ້ຕົກລົງຫຼາຍເນື້ອໃນສຳຄັນ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ:

ໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ສະພາບການພາຍໃນປະເທດ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ, ສັບສົນ, ມີຫຼາຍບັນຫາໄດ້ຜັນແປເກີນການຄາດຄະເນ; ໄພທຳມະຊາດ, ໂລກລະບາດເກີດຂຶ້ນຢູ່ຫຼາຍບ່ອນ… ແຕ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ບັນດາສະຫາຍການນຳຫຼັກແຫຼ່ງກໍ່ໄດ້ເປັນກຸ່ມກ້ອນສາມັກຄີ, ເປັນເອກະພາບ, ເປັນແບບຢ່າງທີ່ດີ, ມີຄຸນນະທາດ, ສະຫຼາດສ່ອງໄສ, ຢຶດໝັ້ນຕໍ່ທັດສະນະ, ແນວທາງຂອງພັກຢ່າງແທ້ຈິງ, ຍົກອອກບັນດານະໂຍບາຍຕັດສິນທີ່ຖືກຕ້ອງ ແລະ ເໝາະສົມຢ່າງທັນການ, ແກ້ໄຂຫຼາຍບັນຫາສຳຄັນກ່ຽວກັບເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດ, ການກໍ່ສ້າງພັກ ແລະ ລະບົບການເມືອງ.

ເມື່ອເຕື້ອງເຖິງການຜັນຂະຫຍາຍມະຕິເລກທີ 18 ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກຂອງລະບົບການເມືອງໃຫ້ກະທັດລັດລົງ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິເລກທີ 18 ໄດ້ປະຕິບັດສຳເລັດກ່ອນ 5 ປີ, ໄດ້ສ້າງເປັນການກະຕຸກຊຸກຍູ້, ບາດລ້ຽວກ່ຽວກັບການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິຂອງພັກໃນສະພາບການໃໝ່.

TAG
VOV/VOVworld/ກອງ​ປະ​ຊຸມ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ