logo

ອັດກອງ​ປະ​ຊຸມຄັ້ງ​ທີ 15 ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

2025/12/23 | 06:23:02
(VOVWORLD) - ຄະນະບໍລິຫານງານສູນກາງພັກເຫັນດີເປັນເອກະພາບຕີລາຄາວ່າ: 40 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນ ມີການປະກອບສ່ວນຢ່າງພົ້ນເດັ່ນຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII, ແມ່ນໝາກຜົນຂອງທັງຂະບວນວິວັດພະຍາຍາມສູ້ຊົນຢ່າງໝັ້ນໜຽວ, ຕໍ່ເນື່ອງ, ຂ້ຽວຂາດ, ແມ່ນຜະລິດຕະພັນລວບລວມຂອງນ້ຳໃຈ, ເຈດຈຳນົງຊົນຊາດກັບພັກ, ລັດ, ປະຊາຊົນ. 
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ 

ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ (22 – 23 ທັນວາ), ຕອນເຊົ້າວັນທີ 23 ທັນວາ, ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອັດລົງຢູ່ ຮ່າໂນ້ຍ. ກ່າວຄຳເຫັນອັດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເນັ້ນໜັກວ່າ ຄະນະບໍລິຫານງານສູນກາງພັກເຫັນດີເປັນເອກະພາບຕີລາຄາວ່າ: 40 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນ ມີການປະກອບສ່ວນຢ່າງພົ້ນເດັ່ນຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII, ແມ່ນໝາກຜົນຂອງທັງຂະບວນວິວັດພະຍາຍາມສູ້ຊົນຢ່າງໝັ້ນໜຽວ, ຕໍ່ເນື່ອງ, ຂ້ຽວຂາດ, ແມ່ນຜະລິດຕະພັນລວບລວມຂອງນ້ຳໃຈ, ເຈດຈຳນົງຊົນຊາດກັບພັກ, ລັດ, ປະຊາຊົນ. ຄະນະບໍລິຫານງານສູນກາງພັກ ກຳນົດວ່າ  ໃນໄລຍະປະຕິວັດໃໝ່, ຕ້ອງສຸມໃສ່ປະຕິບັດ 3 ບຸກທະລຸຍຸດທະສາດ, ນັ້ນແມ່ນ:

“ນັ້ນແມ່ນບຸກທະລຸຢ່າງແຮງກ່ຽວກັບລະບອບລະບຽບການພັດທະນາ; ຍູ້ແຮງການແບ່ງຂັ້ນແບ່ງສິດ; ຊຸກຍູ້ບຸກທະລຸກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ; ພັດທະນາຄວາມສາມາດຜະລິດໃໝ່, ບັນດາຮູບແບບ, ແບບວິທີຜະລິດດຳເນີນທຸລະກິດໃໝ່. ສຸມໃສ່ຫັນປ່ຽນໂຄງປະກອບ, ຍົກສູງຄຸນນະພາບຂອງບຸກຄະລາກອນ; ພັດທະນາບຸກຄະລາກອນທີ່ມີຄຸນນະພາບສູງ, ມີລະດັບຄວາມຮູ້ສູງ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ; ປ່ຽນແປງໃໝ່ວຽກງານພະນັກງານຢ່າງແຮງ, ສົ່ງເສີມ ແລະ ປົກປ້ອງພະນັກງານຜູ້ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບ, ກ້າເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ. ສືບຕໍ່ປັບປຸງໂຄງປະກອບພື້ນຖານໂຄງລ່າງເສດຖະກິດ - ສັງຄົມໃຫ້ສົມບູນແບບ, ຄົບຊຸດ ແລະ ມີຄວາມບຸກທະລຸຢ່າງແຮງ, ໂດຍສະເພາະແມ່ນພືີ້ນຖານໂຄງລ່າງຄົມມະນາຄົມ, ໂຄງລ່າງເຕັກໂນໂລຢີ ແລະ ໂຄງລ່າງພະລັງງານ.”

ພິທີອັດກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ XIII

ຄະນະບໍລິຫານງານສູນກາງພັກ ກໍເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານກ່ຽວກັບວຽກງານບຸກຄະລາກອນເພື່ອລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

TAG
VOV/VOVworld/ອັດກອງ​ປະ​ຊຸມຄັ້ງ​ທີ 15 ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII/ວຽກ​ງານ​ບຸກ​ຄະ​ລາ​ກອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ