logo

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

2025/12/11 | 10:23:00
(VOVWORLD) -   ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.
(ພາບ: ສະພາແຫ່ງຊາດ)

     ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ. ທ່ານເລຂາທິການໃຫ່ຍ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ ແລະ ສສຊ ໄດ້ເຂົ້າຮ່ວມ.

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສຳເລັດທຸກເນື້ອໃນໂຄງການທີ່ໄດ້ວາງອອກ:

  ສະພາແຫ່ງຊາດໄດ້ພິດຈາລະນາ, ປຶກສາຫາລື, ລົງມະຕິຮັບຮອງເອົາກົດໝາຍ 51 ສະບັບ, ມະຕິ 39 ສະບັບ. ນີ້ແມ່ນຈຳນວນຫຼວງຫຼາຍ ກວມເອົາເກືອບ 30% ກົດໝາຍ, ມະຕິທັງໝົດທີ່ໄດ້ປະກາດໃຊ້ຂອງທັງອາຍຸການ. ບັນດາກົດໝາຍ, ມະຕິໄດ້ຮັບຮອງເອົາທັງຕອບສະໜອງຄຳຮຽກຮ້ອງຂອງສະພາບຕົວຈິງ, ທັງສ້າງຂອບເຂດນິຕິກຳໃຫ້ແກ່ໄລຍະໃໝ່.

ເບິ່ງຄືນອາຍຸການ 5 ປີຜ່ານມາ, ທ່ານປະທານນສະພາແຫ່ງຊາດ ເຈິ່ນແທັງເໝີ້ນກໍ່ເນັ້ນໜັກວ່າ: ເຖິງວ່າໄດ້ປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ນັບແຕ່ໂລກລະບາດໂຄວິດໃນຕົ້ນອາຍຸການ ຮອດໄພທຳມະຊາດ, ພະຍຸນ້ຳຖ້ວມໃນທ້າຍອາຍຸການ, ສະພາແຫ່ງຊາດຊຸດທີ 15 ໄດ້ປັບຕົວຢ່າງມີໄຫວພິບ, ຮັກສາຄວາມສາມັກຄີ ແລະ ບັນລຸໄດ້ໝາກຜົນຮອບດ້ານ. ທ່ານຢັນຢັນວ່າ ສະພາແຫ່ງຊາດຈະມານະພະຍາຍາມ ຕັດສິນໃຈສູງກ່ວາອີກ ເພື່ອ ປຊຊ, ເພື່ອປະເທດຊາດ, ປະກອບສ່ວນສຳຄັນເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

 

         

TAG
VOV/VOVworld/ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ