logo

ອັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ທ​ະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 11

2019/11/8 | 15:00:00
(VOVWORLD) -  ຕອນບ່າຍວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ ກອງປະຊຸມສຳມະນາສາກົນ ຄັ້ງທີ 11 ກ່ຽວກັບທະເລຕາເວັນອອກດ້ວຍຫົວຂໍ້ “ທະເລຕາເວັນອອກ: ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາພາກພື້ນ” ໂດຍສະຖາບັນການຕ່າງປະເທດ (DAV), ກອງທຶນໜູນຊ່ວຍຄົ້ນຄ້ວາທະເລຕາເວັນອອກ (FESS) ແລະ ສະມາຄົມທະນາຍຄວາມ ຫວຽດນາມ (VLA) ຈັດຕັ້ງຂຶ້ນນັ້ນໄດ້ສິ້ນສຸດລົງຢ່າງຈົບງາມ.
ກອງປະຊຸມສຳມະນາ ໃນຕອນເຊົ້າວັນທີ 6 ພະຈິກ (ພາບ: TTXVN) 

ໃນການເຮັດວຽກມາເປັນເວລາ 2 ວັນນັ້ນ, ມີບົດກ່າວປາໄສຫຼາຍບົດໄດ້ນຳສະເໜີ, ປຶກສາຫາລື, ແລກປ່ຽນ, ໃນນັ້ນໄດ້ເຕື້ອງເຖິງໂດຍກົງກ່ຽວກັບບັນດາບັນຫາເຄັ່ງຮ້ອນຢູ່ທະເລຕາເວັນອອກໃນປັດຈຸບັນ ແລະ ໄດ້ວາງອອກບັນດາຂໍ້ສະເໜີແນະຢ່າງແທດຈິງ.

        ບັນດານັກບັນລະຍາຍ ໄດ້ຕີລາຄາສະພາບການຕົວຈິງຢູ່ທະເລຕາເວັນອອກໃນໄລຍະທີ່ຜ່ານມາ, ຜ່ານນັ້ນໄດ້ສະເໜີໃຫ້ບັນດາວິທີການແກ້ໄຂກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວບຄຸມ ແລະ ແກ້ໄຂການຂັດແຍ່ງເພື່ອຮັກສາສັນຕິພາບ, ສະຖຽນສະພາບຢູ່ທະເລຕາເວັນອອກ ເທື່ອລະກ້າວ. ມີຫຼາຍຄຳຄິດເຫັນໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການເປີດກ້ວາງການຜັນຂະຫຍາຍບັນດາຮາກຖານນຳໃຊ້ປະໂຫຍດສອງຢ່າງ ໃນນາມກິດຈະກຳກໍ່ສ້າງພົນລະເຮືອນຢູ່ທະເລຕາເວັນອອກ. ຄຽງຄູ່ກັນນັ້ນ, ການແກ້ງແຍ້ງຊັບພະຍາກອນທຳມະຊາດ ຢູ່ທະເລ,ຄືອູ່ປາ ແລະ ການຂຸດຄົ້ນຊັບພະຍາກອນນ້ຳມັນອາຍແກັດ ແມ່ນໜຶ່ງໃນບັນດາປັດໄຈກໍ່ຄວາມຂາດສະຖຽນລະພາບ ແລະ ສ້າງຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ.

TAG
VOV/VOVworld/ຫວຽດ​ນາມ/ທະ​ເລ​ຕ​າ​ເວັນ​ອອກ/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ