logo

ອັດ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ຄັ້ງ​ທີ 1

2025/10/13 | 11:05:58
(VOVWORLD) - ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານອາຍຸການ 2025 – 2030 ສະແດງໃຫ້ເຫັນຄວາມມຸ່ງຫວັງ, ຈິດໃຈຂອງ ອົງຄະນະພັກລັດຖະບານໃນອາຍຸການໃໝ່ດ້ວຍຄວາມຕັດສິນໃຈ ສ້າງອົງຄະນະພັກລັດຖະບານປອດໄສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມັກຄີ.
 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ອົງຄະນະພັກລັດຖະບານຄັ້ງທີ 1 ໄດ້ອັດລົງພາຍຫຼັງດຳເນີນມາເປັນເວລາ 2 ວັນ. ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດທຸກເນື້ອໃນ, ໂຄງການວາງອອກຕາມຂໍ້ກຳນົດ. ກ່າວຄຳເຫັນອັດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1, ອາຍຸການ 2025 – 2030 ໄດ້ປະຕິບັດສຳເລັດຢ່າງຈົບງາມທີ່ສຸດ. ເພື່ອປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນບັນດາເປົ້າໝາຍ, ໜ້າທີ່ວາງອອກ, ຕາງໜ້າຄະນະປະທານ ແລະ ກອງປະຊຸມ, ຂ້າພະເຈົ້າຮຽກຮ້ອງອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ແລະ ໝູ່ຄະນະຖັນແຖວພະນັກງານ, ສະມາຊິກພັກຂຶ້ນກັບ ອົງຄະນະພັກລັດຖະບານສືບຕໍ່ສືບທອດ, ເສີມຂະຫຍາຍມູນເຊື້ອ ອົງອອາດກ້າແກ່ນ ແລະ ບັນດາຜົນສຳເລັດຂອງອາຍຸການກ່ອນໆ

ກອງປະຊຸມໄດ້ຮັບຮອງເອົາມະຕິດ້ວຍບັດສະໜັບສະໜູນ 100%. ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານອາຍຸການ 2025 – 2030 ສະແດງໃຫ້ເຫັນຄວາມມຸ່ງຫວັງ, ຈິດໃຈຂອງ ອົງຄະນະພັກລັດຖະບານໃນອາຍຸການໃໝ່ດ້ວຍຄວາມຕັດສິນໃຈ ສ້າງອົງຄະນະພັກລັດຖະບານປອດໄສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມັກຄີ, ເປັນແບບຢ່າງນຳໜ້າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ເພີ່ມທະວີບຸກທະລຸ, ພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງໃນສັງກາດບຸກບືນຂອງຊາດ ທີ່ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ມີຄວາມຜາສຸກ.

TAG
VOV/VOVworld/ອົງ​ຄະ​ນະ​ພັກ​F ລັດ​ຖະ​ບານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ