logo

ອັດ​ຕາ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ

2025/10/7 | 09:10:39
(VOVWORLD) - ເຖິງວ່າຍັງປະສົບກັບຄວາມສ່ຽງຫຼາຍຢ່າງກ່ຽວກັບພາສີອາກອນ, ໄພພິບັດທຳມະຊາດກໍຕາມ, ແຕ່ການເຕີບໂຕຂອງ ຫວຽດນາມ ຢູ່ລະດັບ 7,85% ໃນ 9 ເດືອນຕົ້ນປີນີ້ ໄດ້ສະແດງໃຫ້ເຫັນຄວາມສາມາດຕ້ານທານ ຍ້ອນມີການປະຕິຮູບນະໂຍບາຍ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ.

ວັນທີ 5 ຕຸລາ, ໃນເວັບໄຊ ainvest.com (ອາເມລິກາ) ໄດ້ລົງບົດຂຽນວິເຄາະກ່ຽວກັບລະດັບການເຕີບໂຕທີ່ໜ້າປະທັບໃຈຂອງພື້ນຖານເສດຖະກິດ ຫວຽດນາມ. ຕາມນັ້ນແລ້ວ, ຍອດລາຍຮັບພາຍໃນປະເທດ (GDP) ຂອງ ຫວຽດນາມ ໃນໄຕມາດທີ III/2025 ຄາດວ່າເພີ່ມຂຶ້ນ 8,23%. ເວັບໄຊ ainvest.com ເນັ້ນໜັກວ່າ ເຖິງວ່າຍັງປະສົບກັບຄວາມສ່ຽງຫຼາຍຢ່າງກ່ຽວກັບພາສີອາກອນ, ໄພພິບັດທຳມະຊາດກໍຕາມ, ແຕ່ການເຕີບໂຕຂອງ ຫວຽດນາມ ຢູ່ລະດັບ 7,85% ໃນ 9 ເດືອນຕົ້ນປີນີ້ ໄດ້ສະແດງໃຫ້ເຫັນຄວາມສາມາດຕ້ານທານ ຍ້ອນມີການປະຕິຮູບນະໂຍບາຍ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ. ຕາມເວັບໄຊ ainvest.com ແລ້ວ, ລະດັບການເຕີບໂຕທີ່ໜ້າຊື່ນຊົມດັ່ງກ່າວ ໄດ້ຮັບການຊຸກຍູ້ຍ້ອນ 3 ຂະແໜງ: ອຸດສາຫະກຳ, ກະສິກຳ ແລະ ການບໍລິການ.

ເວັບໄຊ ainvest.com ຖືວ່າ ບັນດານັກລົງທຶນຕ່າງປະເທດປາດຖະໜາຢາກເຂົ້າຮ່ວມບັນດາຂົງເຂດເຊິ່ງ ຫວຽດນາມ ມີທັງທ່າແຮງແກ້ງແຍ້ງ ແລະ ຄວາມສະດວກກ່ຽວກັບນະໂຍບາຍ, ເຊັ່ນ: ເຕັກໂນໂລຢີສູງ, ພະລັງງານທົດແທນ ແລະ ການບໍລິການເຕັກນິກດີຈີຕອນ. ບົດຂຽນສະຫຼຸບລະດັບການເຕີບໂຕສູງຂອງ ຫວຽດນາມ ໃນໄຕມາດທີ III ປີນີ້ ໄດ້ສ່ອງແສງໃຫ້ເຫັນຖານະບົດບາດຍຸດທະສາດໃນຕ່ອງໂສ້ມູນຄ່າທົ່ວໂລກ ແລະ ຂອບນະໂຍບາຍທີ່ເປັນເຈົ້າການ.


 

TAG
VOV/VOVworld/ອັດ​ຕາ​ເຕີບ​ໂຕ​/ຫັນ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນຫຼາຍ​ຮູບຫຼາຍ​ແບບ.

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ