logo

ອິ​ດ​ສະ​ຣາ​ແອັນ ກ່າວ​ຫາ ຮາ​ມາດ​ສ ລະ​ເມີດຄ​ຳ​ສັ່ງ​ຢຸດ​ຍິງ

2025/10/17 | 07:54:29
(VOVWORLD) - ທ່ານ Ron Dermer ລັດຖະມົນຕີບັນດາບັນຫາຍຸດທະສາດ ອິດສະຣາແອັນ ໄດ້ກ່າວຫາ ຮາມາດສ ຕັ້ງໃຈບໍ່ມອບສົ່ງຊາກສົບບັນດາຕົວປະກັນທີ່ໄດ້ເສຍຊີວິດແລ້ວ ໃຫ້ຝ່າຍ ອິດສະຣາແອັນ, ລະເມີດຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງໄລຍະທີ 1.
ການມອບສົ່ງຊາກສົບຂອງຕົວປະກັນໃຫ້ແກ່ ອິດສະຣາແອັນ ໃນວັນທີ 16 ຕຸລາ 2025
(ພາບ: REUTERS/Stoyan Nenov)

ໃນການໂອ້ລົມທາງໂທລະສັບກັບທ່ານ Steve Witkoff  ແລະ Jared Kushner ທູດພິເສດ ອາເມລິກາ, ວັນທີ 16 ຕຸລາ, ທ່ານ Ron Dermer ລັດຖະມົນຕີບັນດາບັນຫາຍຸດທະສາດ ອິດສະຣາແອັນ ໄດ້ກ່າວຫາ ຮາມາດສ ຕັ້ງໃຈບໍ່ມອບສົ່ງຊາກສົບບັນດາຕົວປະກັນທີ່ໄດ້ເສຍຊີວິດແລ້ວ ໃຫ້ຝ່າຍ ອິດສະຣາແອັນ, ລະເມີດຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງໄລຍະທີ 1. ກໍໃນວັນດຽວກັນ, ທ່ານ Gideon Sa’ar ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ກໍຖືວ່າ ຮາມາດສ ສາມາດມອບສົ່ງຊາກສົບຂອງຕົວປະກັນໄດ້ຕື່ມອີກ, ແຕ່ຕັ້ງໃຈບໍ່ປະຕິບັດ. ບັນດາຖະແຫຼງການດັ່ງກ່າວຂອງຝ່າຍ ອິດສະຣາແອັນພວມ ເຮັດໃຫ້ເກີດມີຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງຢູ່ເຂດ ກາຊາ ມີຄວາມສ່ຽງເພີ່ມຂຶ້ນຄືນອີກ.

ຕາມຝ່າຍ ອິດສະຣາແອັນ, ໄລ່ມາຮອດປັດຈຸບັນ, ຮາມາດສ ຫາກໍ່ມອບສົ່ງຊາກສົບຂອງຕົວປະກັນ 9 ຄົນໃນຈຳນວນ 28 ຄົນ ທີ່ເສຍຊີວິດຢູ່ເຂດ ກາຊາ ຕາມຄຳໝັ້ນສັນຍາ. ສ່ວນການມອບສົ່ງຊາກສົບຂອງຈຳນວນຕົວປະກັນທີ່ຍັງເຫຼືອນັ້ນ ແມ່ນຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ ແລະ ນີ້ແມ່ນການລະເມີດຂໍ້ຕົກລົງຢຸດຍິງ.

ເຖິງຢ່າງໃດກໍຕາມ, ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍທ່ານ ແລະ ບັນດາອົງການຈັດຕັ້ງສາກົນແລ້ວ, ເລື່ອງຊອກຫາ ແລະ ເກັບກູ້ຊາກສົບຂອງຕົວປະກັນໃນສະພາບພື້ນຖານໂຄງລ່າງຢູ່ທົ່ວເຂດ ກາຊາ ຖືກມ້າງເທທຳລາຍຢ່າງຮ້າຍແຮງ ພາຍຫຼັງ 2 ປີທີ່ເກີດສົງຄາມນັ້ນ ແມ່ນສິ່ງທ້າທາຍທີ່ສຸດ.

ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/ອິ​ດ​ສະ​ຣາ​ແອັນ/ຂະ​ບວນ​ການ ຮາ​ມາ​ດ​ສ/ຊາກ​ສົບ​ຕົວ​ປະ​ກັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ