logo

ອິດ​ສະ​ຣາ​ແອັນ ກ່າວ​ເຕືອນ ຜັນ​ຂະ​ຫຍາຍ “ກຳ​ລັງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ” ຢູ່​ເຂດ ກາ​ຊາ

2025/9/20 | 09:11:27
(VOVWORLD) - ກອງທັບ ອິດສະຣາແອັນ ສືບຕໍ່ປຸກລະດົມບັນດາບັ້ນບຸກໂຈມຕີຢ່າງດຸເດືອດເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ, ແນໃສ່ເປົ້າໝາຍແມ່ນບັນດາປະເທດສະມາຊິກ ຂະບວນການ ເຮັກໂບລາ. 
ທະຫານ ອິດສະຣາແອັນ ເຂົ້າຮ່ວມບັ້ນການທະຫານຢູ່ນະຄອນ Khan Yunis ເຂດ ກາຊາ (ພາບ: TTXVN)

ໃນບົດຂຽນດ້ວຍພາສາ ອາຣັບ  ທີ່ໄດ້ເອົາລົງໃນສື່ສັງຄົມ X ໃນວັນທີ 19 ກັນຍາ, ໂຄສົກກອງທັບ ອິດສະຣາແອັນ, ທ່ານພັນເອກ Avichay Adraee ໄດ້ແຈ້ງໃຫ້ຊາບວ່າ ກຳລັງປ້ອງກັນ ອິດສະຣາແອັນ (IDF) ຈະສືບຕໍ່ຜັນຂະຫຍາຍກຳລັງດ້ວຍຂອບຂະໜາດ “ແບບບໍ່ເຄີຍມີມາກ່ອນ” ຕ້ານຄືນຂະບວນການອິດສະຣາມ ຮາມາດສ. ທ່ານ Avichay Adraee ຮຽກຮ້ອງໃຫ້ປະຊາຊົນໃນເຂດຈົ່ງຍົກຮ້າຍໄປຍັງທາງທິດໃຕ້  ຕາມ ແຄມທະເລ Al-Rashid.

        ໃນຂະນະນັ້ນ, ວັນທີ 19 ກັນຍາ, ກອງທັບ ອິດສະຣາແອັນ ສືບຕໍ່ປຸກລະດົມບັນດາບັ້ນບຸກໂຈມຕີຢ່າງດຸເດືອດເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ, ແນໃສ່ເປົ້າໝາຍແມ່ນບັນດາປະເທດສະມາຊິກ ຂະບວນການ ເຮັກໂບລາ. ກະຊວງສາທາລະນະສຸກ ລີບັງ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 2 ຄົນເສຍຊີວິດ ແລະ ຜູ້ຮັບບາດເຈັບ 11 ຄົນ ໃນບັນດາບຸກໂຈມຕີຂອງກອງທັບອາກາດ ອິດສະຣາແອັນ. ກຳລັງປ້ອງກັນຕົວ ອິດສະຣາແອັນ ໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນດຽວກັນ, ກອງທັບເຮືອ ອິດສະຣາແອັນ ໄດ້ບຸກໂຈມຕີໃສກ່ຳປັ່ນລຳໜຶ່ງຂອງ ເຮັກໂບລາຢູ່ເຂດທະເລທາງທິດໃຕ້ ລີບັງ, ດ້ວຍຄຳກ່າວຫາວ່າ ເປັນຍານພາຫະນະຂອງ ເຮັກໂບລາ ພວມປະຕິບັດການກະທຳສືບແນມກຳລັງ ອິດສະຣາແອັນ, ລະເມີດຄຳສັ່ງຢຸດຍິງທີ່ພວມມີຜົນສັກສິດຢູ່ ລີບັງ.


TAG
VOV/VOVworld/ອິດ​ສະ​ຣາ​ແອັນ/ຜັນ​ຂະ​ຫຍາຍ​ກຳ​ລັງ​ຢູ​່​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ