logo

ອິດສະຣາແອັນ ຍອມຮັບ “ເສັ້ນແດນຖອນທະຫານໃນເບື້ອງຕົ້ນ” ຢູ່ເຂດ ກາຊາ

2025/10/5 | 11:01:12
(VOVWORLD) - ທ່ານປະທານາທບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ຍອມຮັບ “ເສັ້ນແດນຖອນທະຫານໃນເບື້ອງຕົ້ນ” ຢູ່ເຂດ ກາຊາ.
(ພາບປະກອບ: REUTERS/Mahmoud Issa)

ໃນບົດຂຽນເອົາລົງສື່ສັງຄົມອອນລາຍ ວັນທີ 04 ຕຸລາ, ທ່ານປະທານາທບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ຍອມຮັບ “ເສັ້ນແດນຖອນທະຫານໃນເບື້ອງຕົ້ນ” ຢູ່ເຂດ ກາຊາ. ຕາມການນຳ ອາເມລິກາ, “ເມື່ອ ຮາມາດສ ຢັ້ງຢືນ”, ຄຳສັ່ງຢຸດຍິງຈະມີຜົນສັດສິດ “ໃນທັນທີ” ແລະ ການເຄື່ອນໄຫວແລກປ່ຽນນັກໂທດ - ຕົວປະກັນຈະໄດ້ເລີ່ມປະຕິບັດ, ຜ່ານນັ້ນ, ກໍ່ຈະສ້າງປະຖົມປັດໃຈໃຫ້ແກ່ໄລຍະຖອນທະຫານຕໍ່ໄປຂອງ ອິດສະຣາແອັນ ອອກຈາກເຂດດິນແດນຂອງ ປາແລັດສະຕິນ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ໄດ້ຊີ້ນຳບັນດານັກເຈລະຈາຂອງປະເທດນີ້ໄປ ອີຢິບ ເພື່ອເຈລະຈາກ່ຽວກັບຂໍ້ຕົກລົງ ກາຊາ, ຈຸດປະສົງແມ່ນກຳນົດເວລາດຳເນີນການເຈລະຈາໃນເວລາ 2-3 ວັນ. ພ້ອມກັນນັ້ນ, ທ່ານຍັງໃຫ້ຄຳໝັ້ນສັນຍາຈະແກ້ໄຂ “ດ້ວຍມາດຕະການທາງການທູດ ຜ່ານແຜນການຂອງທ່ານ Trump ຫຼື ດ້ວຍມາດຕະການດ້ານການທະຫານໂດຍ ອິດສະຣາແອັນ ຜັນຂະຫຍາຍ” ກັບ ຮາມາດສ.

TAG
VOV/VOVworld/ປະ​ຖ​ົມ/​ປັດ​ໃຈ/​ຖອນ​ທະ​ຫານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ