logo

ອິດ​ສະ​ຣາ​ແອັນ ດຳ​ເນີນການທຸບ​ມ້າງ​ໃຫຍ່​ສຸດ​ຢູ່ Jerusalem ຕາ​ເວັນ​ອອກ ໃນ​ປີ 2025

2025/12/23 | 06:32:56
(VOVWORLD) - ວັນທີ 22 ທັນວາ, ກຳລັງເຈົ້າໜ້າທີ່ ອິດສະຣາແອັນ ໄດ້ດຳເນີນການທຸບມ້າງຕຶກອາຄານ 4 ຊັ້ນຂອງຊຸມຊົນ ຢູ່ເຂດ Jerusalem ຕາເວັນອອກ. ຕຶກອາຄານທີ່ຖືກທັບມ້າງນັ້ນ ລວມມີຄອນໂດ 12 ຫ້ອງ, ເຊິ່ງເປັນບ່ອນດຳລົງຊີວິດຂອງປະມານ 100 ຄົນ, ໃນນັ້ນມີແມ່ຍິງ, ເດັກນ້ອຍ ແລະ ຜູ້ເຖົ້າຫຼາຍຄົນ. 
ກຳລັງເຈົ້າໜ້າທີ່ ອິດສະຣາແອັນ ໄດ້ດຳເນີນການທຸບມ້າງຕຶກອາຄານ 4 ຊັ້ນຂອງຊຸມຊົນ ຢູ່ເຂດ Jerusalem ຕາເວັນອອກ, ວັນທີ 22 ທັນວາ (ພາບ:  REUTERS/Ammar Awad)

ອຳນາດການປົກຄອງນະຄອນ Jerusalem ໃຫ້ຮູ້ວ່າ: ການທຸບມ້າງໄດ້ປະຕິບັດຕາມຄຳສັ່ງຂອງສານ ນັບແຕ່ປີ 2014 ແລະ ເຂດດິນດັ່ງກ່າວ ຖືກວາງແຜນຜັງເພື່ອຈຸດປະສົງບັນເທິງ, ກິລາ ແລະ ພື້ນຖານໂຄງລ່າງສາທາລະນະ, ບໍ່ແມ່ນເຂດດິນເພື່ອກໍ່ສ້າງເຮືອນຢູ່. ຝ່າຍ ອິດສະຣາແອັນ ຢັ້ງຢືນວ່າ ນີ້ແມ່ນມາດຕະການທີ່ຈຳເປັນເພື່ອແກ້ໄຂບັນດາກິດຈະກຳກໍ່ສ້າງຜິດກົດໝາຍ. ເຖິງຢ່າງໃດກໍຕາມ, ບັນດາອົງການຈັດຕັ້ງສິດທິມະນຸດ ແລະ ຊຸມຊົນທ້ອງຖິ່ນພັດປະຕິເສດຕໍ່ອ້າງເຫດຜົນດັ່ງກ່າວ. ບັນດານັກເຄື່ອນໄຫວຖືວ່າ ຊາວ ປາແລັດສະຕິນ ເກືອບຄືວ່າບໍ່ສາມາດຂໍໃບອະນຸຍາດກໍ່ສ້າງໄດ້ ຍ້ອນບັນດານະໂຍບາຍວາງແຜນຜັງຈໍາກັດຂອງ ອິດສະຣາແອັນ. ອຳນາດການປົກຄອງ ປາແລັດສະຕິນ ຢູ່ Ramallah ຕຳໜິຕິຕຽນວ່າ ນີ້ແມ່ນ “ນະໂຍບາຍແນໃສ່ບັງຄັບຊຸມຊົນຢູ່ທີ່ນີ້ຕ້ອງຍົກຍ້າຍໄປ”.

ກໍໃນວັນດຽວກັນ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີເຂົ້າເຂດໃກ້ກັບນະຄອນທະເລ Sidon, ພາກມໃຕ້ ລີບັງ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 3 ຄົນ. ນັກຊ່ຽວຊານ ແລະ ນັກວິເຄາະຫຼາຍທ່ານໃນພາກພື້ນມີຄວາມວິຕົກກັງວົນຕໍ່ເລື່ອງ ອິດສະຣາແອັນ ອາດຈະເປີດບັ້ນຕໍ່ສູ້ເລັ່ງໃສ່ ລີບັງ ໃນໄລຍະຈະມາເຖິງ ເພື່ອປາບປາມ ເຮັກໂບລາ.

ບາທີ, ນັກຂ່າວ VOV ປະຈຳ ອີຢິບ


 

TAG
VOV/VOVworld/ກຳ​ລັງ​ເຈົ້າ​ໜ້າ​ທີ່ ອິດ​ສະ​ຣາ​ແອັນ/ທຸບ​ມ້າງ​ຕຶກ​ອາ​ຄານ​ 4 ຊັ້ນ/ປາ​ແລັດ​ສະ​ຕິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ