logo

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ເຂດ ກ​າ​ຊາ ຢ່າງ​ແຮງ

2025/10/29 | 10:08:43
(VOVWORLD) - ຕອນບ່າຍວັນທີ 28 ຕຸລາ, ກຳລັງປ້ອງກັນ ອິດສະຣາແອັນ (IDF) ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດຢ່າງແຮງ ເລັ່ງໃສ່ບັນດາພື້ນຖານໂຄງລ່າງ ເຊິ່ງ ຮາມາດສ ນຳໃຊ້ຢູ່ທາງທິດໃຕ້ເຂດ ກາຊາ, ພາຍຫຼັງທີ່ບັນດາມືປືນຂອງກຸ່ມນີ້ຍິງໃສ່ນາຍທະຫານ ອິດສະຣາແອັນ.

  ຫ້ອງການນາຍົກລັດຖະມົນຕີ Benjamin Netanyahu ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ບັນດາມືປືນ ຮາມາດສ ໄດ້ຍິງລູກສອນໄຟຕໍ່ຕ້ານລົດຖັງ ແລະ ລູກປືນຈຳນວນຫຼາຍໃສ່ກຳລັງ IDF ຢູ່ Rafah, ສ້າງຂີດໝາຍການກະທຳໃໝ່ທີ່ລະເມີດຄຳສັ່ງຢຸດຍິງ ເຊິ່ງພວມມີຜົນບັງຂັບໃຊ້ລະຫວ່າງສອງຝ່າຍ. ທ່ານນາຍົກລັດຖະມົນຕີ Netanyahu ໄດ້ອອກຄຳສັ່ງ “ບຸກໂຈມຕີຢ່າງຮຸນແຮງ ແລະ ທັນທີ” ເຂົ້າເຂດ ກາຊາ, ພ້ອມທັງຕັດສິນໃຈເປີດກວ້າງຂົງເຂດ ເຊິ່ງກອງທັບ ອິດສະຣາແອັນ ຄວບຄຸມຢູ່ເຂດ ກາຊາ. ການກະທຳດັ່ງກ່າວ ໄດ້ດຳເນີນ ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Netanyahu ໂຮມປະຊຸມດ່ວນກັບບັນດາເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແນໃສ່ປຶກສາຫາລືກ່ຽວກັບປະຕິກິລິຍາຂອງປະເທດນີ້ ຕໍ່ເລື່ອງຂະບວນການ ຮາມາດສ ຈະເຂັ້ມແຂງກວ່າຫຼາຍເມື່ອທຽບໃສ່ຄັ້ງກ່ອນ.

TAG
VOV/VOVworld/ອິດ​ສະ​ຣາ​ແອັນ/ບຸກ​ໂຈມ​ຕີ​ທາງ​ອາ​ກາດ/ເຂດ ກ​າ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ