logo

ອິດ​ສະ​ຣາ​ແອັນ​ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ກຳ​ລັງ​ ​ຮູ​ທີ ຢູ່ ເຢ​ແມນ

2025/9/26 | 09:59:41
(VOVWORLD) - ວັນທີ 25 ກັນຍາ, ກອງທັບ ອິດສະຣາແອັນ ໄດ້ປຸກປັ່ນບັ້ນຮົບບຸກໂຈມຕີເລັ່ງໃສ່ ເຢແມນ ເພື່ອແນໃສ່ໂຕ້ຕອບເລື່ອງກຳລັງ ຮູທີ ບຸກໂຈມຕີໃນວັນທີ 24 ກັນຍາ. ບັນດາເປົ້າໝາຍເຊິ່ງກຳລັງ  ອິດສະຣາແອັນ ເລັ່ງໃສ່ແມ່ນບັນດາຮາກຖານຂອງກຳລັງ ຮູທີ ຢູ່ເຂດນະຄອນຫຼວງ Sanaa.
ຄວັນໄຟຫຼັງການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ຢູ່ Sanaa, ເຢແມນ ໃນວັນທີ 10/9/2025 (ພາບ: THX/TT)

ທ່ານ Israel Katz  ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ຢັ້ງຢືນວ່າ ການບຸກໂຈມຕີໄດ້ເຂັ່ນຂ້າຕາຍສະມາຊິກ ຮູທີ ນັບສິບຄົນ, ທຳລາຍສາງເກັບ UAV ແລະ ອາວຸດຂອງກຸ່ມນີ້ຫຼາຍແຫ່ງ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 24 ກັນຍາ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ໄດ້ຂຽນລົງໃນສື່ສັງຄົມອອນໄລ X ໂດຍກ່າວເຕືອນ ຮູທີ ຈະຖືກເສຍຫາຍຢ່າງໜັກໜ່ວງ ເພາະວ່າບໍ່ຍອມຖອດຖອດບົດຮຽນຈາກ ອີຣານ, ລີບັງ ແລະ ກາຊາ, ແລະ ສືບຕໍ່ປຸກລະດົມບັ້ນບຸກໂຈມຕີຕ້ານ ອິດສະຣາແອັນ.

        ພາຍຫຼັງບັ້ນບຸກໂຈມຕີຂອງ ອິດສະຣາແອັນ ພຽງ 2 – 3 ຊົ່ວໂມງ, ຮູທີ ໄດ້ຍິງລູກສອນໄຟນຳວິທີໄປທາງ ອິດສະຣາແອັນ ໃນຕອນກາງຄືນ. ລະບົບປ້ອງກັນອາກາດ ອິດສະຣາແອັນ ໄດ້ສະກັດກັ້ນລູກສອນໄຟຂອງ ຮູທີ ສຳເລັດ ແລະ ບັ້ນບຸກໂຈມຕີບໍ່ກໍ່ຜົນເສຍຫາຍຫຼາຍພໍປານໃດ.

ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/ອິດ​ສະ​ຣາ​ແອັນ/ບຸກ​ໂຈມ​ຕີ​ທາງ​ອາ​ກາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ