logo

ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

2025/9/16 | 07:37:15
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງປົດອາວຸດຂອງກຳລັງ ຮາມາສ ຢູ່ເຂດ ກາຊາ.
Smoke rises from the evacuated Al-Ghefari tower after it was hit by Israeli air strikes, in Gaza City, September 15, 2025. Photo: REUTERS/Dawoud Abu Alkas

   ຕອນຄ່ຳວັນທີ 15 ກັນຍາ, ທະຫານ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີຢ່າງຮ້າຍແຮງ ເຂົ້ານະຄອນ ກາຊາ, ຕົວເມືອງທີ່ມີພົນລະເມືອງຫຼາຍກວ່າໝູ່ຢູ່ເຂດ ກາຊາ. ຕາບັນດາແຫຼ່ງຂ່າວ ປາແລັດສະຕິນ ແລະ ພາກພື້ນແລ້ວ, ທະຫານ ອິດສະຣາແອັນ ໄດ້ລະດົມທັງເຮືອບິນສູ້ຮົບ, ປືນໃຫ່ຍ ແລະ ເຮືອບິນບໍ່ມີຄົນຂັບ ບຸກເຂົ້ານະຄອນ ກາຊາ.

  ການບຸກໂຈມຕີຄັ້ງຫຼ້າສຸດຂອງ ກອງທັບ ອິດສະຣາແອັນ ເຂົ້າເຂດ ກາຊາ ໄດ້ດຳເນີນໄປໃນສະພາບການທີ່ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ພວມຢ້ຽມຢາມ ອິດສະຣາແອັນ ດ້ວຍຫົວເລື່ອງດຳເນີນງານຈຸດສຸມແມ່ນບັນດາບັນຫາກ່ຽວຂ້ອງເຖິງການສູ້ຮົບຢູ່ ກາຊາ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງປົດອາວຸດຂອງກຳລັງ ຮາມາສ ຢູ່ເຂດ ກາຊາ, ຖືວ່າ ນັ້ນແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບປະກັນໃຫ້ ປຊຊ ກາຊາ ມີສັນຕິພາບ.

TAG
VOV/VOVworld/ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ/ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ເຂົ້າ​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ