logo

ອິດ​ສະ​ຣາ​ແອັນ ປະ​ກາດຈະ​ສະ​ກັດ​ກັ້ນ​ໜ່ວຍ​ກ່ຳ​ປັ່ນ​ຊ່ວຍ​ເຫຼືອ​ສາ​ກົນ ທີ່ໄປ​ຍັງ ກາ​ຊາ

2025/9/26 | 10:05:47
(VOVWORLD) - ອິດສະຣາແອັນ ມີຫຼັກຖານເພື່ອພິສູດວ່າ ການເຄື່ອນໄຫວຂອງໜ່ວຍກ່ຳປັ່ນດັ່ງກ່າວ ໄດ້ຂຶ້ນແຜນ ແລະ ອຸປະຖຳໂດຍຂະບວນການ ຮາມາດສ.
ກ່ຳປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ Gaza (ພາບ: IRNA/TTXVN)

ກອງທັບເຮືອ ອິດສະຣາແອັນ ຈະສະກັດກັ້ນໜ່ວຍກ່ຳປັ່ນຊ່ວຍເຫຼືອສາກົນທີ່ພວມເດີນທາງໄປຍັງເຂດ ກາຊາ. ຖະແຫຼງການດັ່ງກ່າວໂດຍ ທ່ານວ່າທີ່ນາຍພົນ Effie Defrin ໂຄສົກກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຍົກອອກມາໃນວັນທີ 25 ກັນຍາ, ໃນສະພາບການກ່ຳປັ່ນມະນຸດສະທຳສາກົນ Global Sumud Flotilla (GSF) ເລີ່ມເດີນທາງມາຈາກ Barcelona (ແອັດສະປາຍ), ລວມມີກ່ຳປັ່ນນັບສິບລຳ ແລະ ຜູ້ເຄື່ອນໄຫວມະນຸດສະທຳນັບຮ້ອຍຄົນທີ່ມາຈາກ 44 ປະເທດ ພວມເດີນທາງໄປຍັງເຂດ ກາຊາ ເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປໃຫ້ປະຊາຊົນຢູ່ເຂດນີ້. ທ່ານ Effie Defrin ຢັ້ງຢືນວ່າ ອິດສະຣາແອັນ ມີຫຼັກຖານເພື່ອພິສູດວ່າ ການເຄື່ອນໄຫວຂອງໜ່ວຍກ່ຳປັ່ນດັ່ງກ່າວ ໄດ້ຂຶ້ນແຜນ ແລະ ອຸປະຖຳໂດຍຂະບວນການ ຮາມາດສ.

        ກ່ອນໜ້ານັ້ນ, ວັນທີ 24 ກັນຍາ, ໜ່ວຍກ່ຳປັ່ນ GSF ໄດ້ອອກແຈ້ງການສື່ມວນຊົນກ່າວຫາລັດຖະບານ ອິດສະຣາແອັນ  ແລະ ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) “ພວມມີການກະທຳເພີ່ມຄວາມອັນຕະລາຍທີ່ໜ້າເຕືອນໄພ” ເລັ່ງໃສ່ໜ່ວຍກ່ຳປັ່ນນີ້. ແຈ້ງການດັ່ງກ່າວໃຫ້ຮູ້ວ່າ ໃນຄ່ຳຄືນວັນທີ 23 ກັນຍາ, ມີເຄື່ອງບິນບໍ່ມີຄົນຂັບ ບິນຢູ່ລະດັບຕ່ຳ, ເວີ່ນຢູ່ເທິງກ່ຳປັ່ນລຳຕ່າງໆ ແລະ ປ່ອຍວັດຖຸທີ່ບໍ່ລະບຸໄດ້ລົງໄປກ່ຳປັ່ນ 10 ລຳ.

ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/ເຂດ ກາຊາ/ກ່ຳ​ປັ່ນ​ຂົ​ນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ