logo

ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ ກາ​ຊາ ແລະ ລີ​ບັງ

2025/10/21 | 07:19:59
(VOVWORLD) - ກອງທັບ ອິດສະຣາແອັນ ກໍ່ໄດ້ບຸກໂຈມຕີເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ ດ້ວຍເປົ້າໝາຍເລັ່ງໃສ່ໂຄງປະກອບການທະຫານຂອງຂະບວນການ Hezbollah ຢູ່ເຂດ Nabatieh, ທາງທິດໃຕ້ ລີບັງ.
Smoke billows over the village of Aaichiyeh after Israeli strikes, as seen from Marjayoun in southern Lebanon, October 20, 2025. Photo: REUTERS/Karamallah Daher

    ຕອນຄ່ຳວັນທີ  20 ຕຸລາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ປະກາດວ່າ: ເຮືອບິນບໍ່ມີຄົນຂັບຂອງກອງທັບປະເທດນີ້ ໄດ້ເຂັ່ນຂ້າຊາວ ປາແລັດສະຕິນ ຈຳນວນໜຶ່ງ ທີ່ຖືກກ່າວຫາວ່າແມ່ນຜູ້ກໍ່ການຮ້າຍຢູ່ເມືອງ Shejaiya ຂຶ້ນກັບເຂດຕາເວັນອອກນະຄອນ ກາຊາ, ທາງທິດເໜືອເຂດ ກາຊາ. ໃນວັນດຽວກັນ, IDF ກໍ່ປະກາດວ່າ ກອງທັບ ອິດສະຣາແອັນ ໄດ້ບຸກໂຈມຕີ ແລະ ເຂັ່ນຂ້າພາກສ່ວນກໍ່ການຮ້າຍຈຳນວນໜຶ່ງຢູ່ນະຄອນ Khan Younis, ທາງທິດໃຕ້ເຂດ ກາຊາ. ໄລ່ລວມໃນ 2 ວັນຜ່ານມາ, ການບຸກໂຈມຕີຄັ້ງຕ່າງໆຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 50 ຄົນເສຍຊີວິດ.

  ໃນວັນດຽວກັນ, ກອງທັບ ອິດສະຣາແອັນ ກໍ່ໄດ້ບຸກໂຈມຕີເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ ດ້ວຍເປົ້າໝາຍເລັ່ງໃສ່ໂຄງປະກອບການທະຫານຂອງຂະບວນການ Hezbollah ຢູ່ເຂດ Nabatieh, ທາງທິດໃຕ້ ລີບັງ. ແຈ້ງການຂອງ IDF ຊີ້ແຈ້ງວ່າ: Hezbollah ພວມສືບຕໍ່ບັນດາຄວາມມານະພະຍາຍາມສ້າງພື້ນຖານໂຄງລ່າງການທະຫານຄືນໃໝ່ໃນທົ່ວປະເທດ ລີບັງ ເຊິ່ງໄດ້ລະເມີດຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ລີບັງ ທີ່ມີຜົນບັງຄັບໃຊ້ນັບແຕ່ເດືອນພະຈິກ ປີ 2024 ຢ່າງຮ້າຍແຮງ.

TAG
VOV/VOVworld/ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ ກາ​ຊາ ແລະ ລີ​ບັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ