logo

ອິດສະຣາແອັນ ສືບຕໍ່ບຸກໂຈມຕີທາງອາກາດໃສ່ເຂດ ກາຊາ, ບຸກໂຈມຕີ ລີບັງ

2025/11/3 | 09:48:41
(VOVWORLD) - ກຳລັງປ້ອງກັນ ອິດສະຣາແອັນ (IDF) ແຈ້ງໃຫ້ຊາບວ່າ ຊາວ ປາແລັດສະຕິນ ຖືກເຂັ່ນຂ້າໃນການບຸກໂຈມຕີທາງອາກາດໃສ່ເຂດຊານນະຄອນ ກາຊາ ໃນວັນທີ 02 ພະຈິກ, ແມ່ນສະມາຊິກຂອງຂະບວນການອິດສະລາມ ຮາມາດສ.
ການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ໃສ່ ລີບັງ ກໍ່ເຮັດໃຫ້ຢ່າງໜ້ອຍສຸດ 29 ຄົນເສຍຊີວິດ
(ພາບປະກອບ: REUTERS/Ayal Margolin)

        ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງ ແລະ ການກ່າວເຕືອນສາກົນ, ວັນທີ 02 ພະຈິກ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີທາງອາກາດໃສ່ເຂດ ກາຊາ, ໂດຍອ້າງວ່າຂະບວນການ ຮາມາດສ ລະເມີດຄຳສັ່ງຢຸດຍິງ. ຫາງສຽງພາກພື້ນມີຄວາມວິຕົກກັງວົນວ່າ ຂໍ້ຕົກລົງຢຸດຍິງທີ່ບອບບາງໃນປະຈຸບັນຢູ່ເຂດ ກາຊາ ອີກເທື່ອໜຶ່ງຈະປະເຊີນໜ້າກັບຄວາມສ່ຽງຖືກແຕກແຫງ ແລະ ພາກພື້ນ ຕາເວັນອອກກາງ ຍັງບໍ່ອາດມີບັນຕິພາບໃນໄວໆນີ້.

        ກຳລັງປ້ອງກັນ ອິດສະຣາແອັນ (IDF) ແຈ້ງໃຫ້ຊາບວ່າ ຊາວ ປາແລັດສະຕິນ ຖືກເຂັ່ນຂ້າໃນການບຸກໂຈມຕີທາງອາກາດໃສ່ເຂດຊານນະຄອນ ກາຊາ ໃນວັນທີ 02 ພະຈິກ, ແມ່ນສະມາຊິກຂອງຂະບວນການອິດສະລາມ ຮາມາດສ. IDF ຢືນຢັນວ່າ ບັນດາມືປືນ ຮາມາດສ ພວມກະກຽມແຜນນາບຂູ່ທະຫານ ອິດສະຣາແອັນ, ລະເມີດຂໍ້ຕົກລົງຢຸດຍິງພວມມີຜົນສັກສິດຢູ່ເຂດ ກາຊາ.

        ພ້ອມກັບແນວຮົບເຂດ ກາຊາ, ໃນ 1 ເດືອນຜ່ານມາ, ບັນດາການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ໃສ່ ລີບັງ ກໍ່ເຮັດໃຫ້ຢ່າງໜ້ອຍສຸດ 29 ຄົນເສຍຊີວິດ. ລີບັງ ໄດ້ຖະແຫຼງເປັນຫຼາຍຄັ້ງວ່າ ອິດສະຣາແອັນ ລະເມີດອະທິປະໄຕແຫ່ງຊາດ ແລະ ລະເມີດກົດໝາຍສາກົນຢ່າງຮ້າຍແຮງ.

TAG
VOV/VOVworld/ກະ​ກຽມ​/ນາບ​ຂູ່/ທະ​ຫານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ