logo

ອິດ​ສະ​ຣາ​ແອັນ-ອາ​ເມ​ລິກາ ​​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ປົດ​ອາ​ວຸດ​ຂອງ​ຂະ​ບວນ​ການ ຮາ​ມາ​ສ ແລະ ປອດການ​ທະ​ຫານ​ຢູ່​ເຂດ ກາ​ຊາ

2025/12/2 | 08:19:46
(VOVWORLD) - ວັນທີ 1 ທັນວາ, ອົງການມະນຸດສະທຳ ອີຢີບ ໄດ້ສົ່ງງວດສິນຄ້າກູ້ຊ່ວຍມະນຸດສະທຳໃໝ່ ໄປຍັງເຂດດິຮແດນ ກາຊາ.

   ວັນທີ 01 ທັນວາ, ທ່ານ Donald Trump ປະທານານິບໍດີ ອາເມລິກາແລະ ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ດຳເນີນການສົນທະນາທາງໂທລະສັບ, ແລກປ່ຽນບາງເນື້ອໃນ, ໃນນັ້ນມີເລື່ອງປະຕິບັດຄຳໝັ້ນສັນຍາປົດອາວຸດຂອງຂະບວນການ ຮາມາສ ແລະ ປອດການທະຫານຢູ່ເຂດ ກາຊາ. ນີ້ແມ່ນ 2 ໃນບັນດາເນື້ອໃນສຳຄັນທີ່ສຸດໃນຂໍ້ລິເລີ່ມສີ້ນສຸດສົງຄາມຢູ່ເຂດ ກາຂາ ໂດຍທ່ານ Donald Trump ປະທານານິບໍດີ ອາເມລິກາ ສະເໜີເມື່ອທ້າຍເດືອນກັນຍາ. ໃນການສົນທະນາທາງໂທລະສັບເມື່ອວັນທີ 1 ທັນວາ, ທ່ານ Donald Trump ໄດ້ເຊີນທ່ານ Benjamin Netanyahu ມາຢ້ຽມຢາມ ອາເມລິກາ ໃນໄລຍະທີ່ຈະມາເຖິງ.

  ກ່ຽວກັບສະພາບການຢູ່ເຂດ ກາຊາ, ວັນທີ 1 ທັນວາ, ອົງການມະນຸດສະທຳ ອີຢີບ ໄດ້ສົ່ງງວດສິນຄ້າກູ້ຊ່ວຍມະນຸດສະທຳໃໝ່ ໄປຍັງເຂດດິຮແດນນີ້ ລວມມີທັນຍາຫານ, ສົ້ງເສື້ອ, ເຊື້ອເພິງ ແລະ ຢຸກຢາ 5500 ໂຕນ. ອົງການກາຊິກວົງເດືອນແດງ ອີຢີບ ໃຫ້ຮູ້ວ່າ ນີ້ແມ່ນງວດສິນຄ້າກູ້ຊ່ວຍມະນຸດສະທຳທີ 84 ເຊິ່ງປະເທດນີ້ ໄດ້ສົມທົບກັບຝ່າຍຕ່າງໆທີ່ກ່ຽວຂ້ອງ ສົ່ງໄປຍັງເຂດ ກາຊາ. ອີຢີບ ໄດ້ສົມທົບກັບຝ່າຍຕ່າງໆທີ່ກ່ຽວຂ້ອງສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເກືອບ 670.000 ໂຕນຈາກແຫຼມ ຊີນາຍ ຂອງອີຢີບ ເຂົ້າເຂດການຊາ.

TAG
VOV/VOVworld/ອິດ​ສະ​ຣາ​ແອັນ-ອາ​ເມ​ລິກາ ​​​ຂະ​ບວນ​ການ ຮາ​ມາ​ສ/ປອດການ​ທະ​ຫານ​ຢູ່​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ