logo

ອິດສະຣາແອັນ ແລະ ຮາມາດສ ບັນລຸຂໍ້ຕົກລົງໄລຍະທຳອິດຂອງແຜນການສັນຕິພາບ

2025/10/9 | 08:56:42
(VOVWORLD) - ລະອຽດແມ່ນ, ຮາສາດສ ຈະປ່ອຍຕົວປະກັນທັງໝົດ ແລະ ອິດສະຣາແອັນ ຈະຖອນທະຫານກັບຄືນເຂດແດນທີ່ໄດ້ເປັນເອກະພາບກ່ອນໜ້ານັ້ນ.

        ວັນທີ 08 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ອາເມລິກາ Donald Trump ແຈ້ງໃຫ້ຊາບວ່າ ອິດສະຣາແອັນ ແລະ ຮາມາດສ ບັນລຸຂໍ້ຕົກລົງກ່ຽວກັບໄລຍະທຳອິດຂອງແຜນການສັນຕິພາບຢູ່ ກາຊາ. ລະອຽດແມ່ນ, ຮາສາດສ ຈະປ່ອຍຕົວປະກັນທັງໝົດ ແລະ ອິດສະຣາແອັນ ຈະຖອນທະຫານກັບຄືນເຂດແດນທີ່ໄດ້ເປັນເອກະພາບກ່ອນໜ້ານັ້ນ. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ບັນດາຝ່າຍຕ້ອງໄດ້ຮັບການປະພຶດທີ່ສະເໝີພາບ ແລະ ນີ້ແມ່ນວັນສຳຄັນໃຫ້ແກ່ໂລກ ອາຣັບ ແລະ ອິດສະລາມ, ອິດສະຣາແອັນ ແລະ ທຸກປະເທດໃກ້ຄຽງ ກໍຄືປະເທດ ອາເມລິກາ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແບ່ງປັນໃນສື່ສັງຄົມອອນລາຍວ່າ ອຳນາດການປົກຄອງປະເທດນີ້ຈະນຳຕົວປະກັນທັງໝົດກັບຄືນເມືອບ້ານໂດຍໄວ. ກ່ຽວກັບຝ່າຍ ຮາມາດສ, ຕາມໜັງສຶພິມລາຍວັນ al-Mayadeen ທີ່ມີການຕິດຕໍ່ກັບຂະບວນການ ເຮັກໂບລາ ຢູ່ ລີບັງ, ພາຍຫຼັງ ຮາມາດສ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ, ຂໍ້ຕົກລົງໄດ້ເຊັນທັນທີໃນວັນທີ 09 ຕຸລາ ຢູ່ ອີຢິບ.

TAG
VOV/VOVworld/​ຂໍ້​ຕົກ​ລົງ​​/ໄລ​ຍະ​​/ທຳ​ອິດ​/​ແຜນ​ການ/​ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ