logo

ອິດ​ສະ​ລາ​ແອັນ ສະ​ກັດ​ກັ້ນ​ກຳ​ປັ່ນ​ໜ​ູນ​ຊ່ວຍ ໃຫ້​ແກ່​ ກາ​ຊາ, ກັກຕົວ​ນັກ​ເຄື່ອນ​ໄຫວ​ສາ​ກົນຫຼາຍ​ຄົນ

2025/10/2 | 09:13:01
(VOVWORLD) -  ນັກຮົບ ອິດສະລາແອັນ ໄດ້ບຸກໂຈມຕີແບບກະທັນຫັນໃສ່ກຳປັ່ນຢ່າງໜ້ອຍສຸດ 3 ລຳ, ກັກຕົວບັນດານັກເຄື່ອນໄຫວ ແລະ ພາເຂົາຂຶ້ນກຳປັ່ນຂອງກອງທັບເຮືອ ເພື່ອເຄື່ອນຍ້າຍເຂົ້າທຽບທ່າຂອງ ອິດສະລາແອັນ. 
ພາບປະກອບ:  Global Sumud Flotilla/REUTERS

ວັນທີ 1 ຕຸລາ, ກະຊວງການຕ່າງປະເທດ ອິດສະລາແອັນ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ກຳລັງກອງທັບເຮືອຂອງປະເທດນີ້ໄດ້ສະກັດກັ້ນກຳປັ່ນໜູນຊ່ວຍສາກົນ ສະໜັບສະໜູນເຂດກາຊາ ດ້ວຍຊື່ທີ່ວ່າ Global Sumud, ລວມມີພາຫະນະ 47 ລຳພ້ອມກັບນັກເຄື່ອນໄຫວສາກົນ ກ່ວາ 500 ຄົນ, ຢູ່ເຂດທະເລໃກ້ກັບເຂດກາຊາ. ນັກຮົບ ອິດສະລາແອັນ ໄດ້ບຸກໂຈມຕີແບບກະທັນຫັນໃສ່ກຳປັ່ນຢ່າງໜ້ອຍສຸດ 3 ລຳ, ກັກຕົວບັນດານັກເຄື່ອນໄຫວ ແລະ ພາເຂົາຂຶ້ນກຳປັ່ນຂອງກອງທັບເຮືອ ເພື່ອເຄື່ອນຍ້າຍເຂົ້າທຽບທ່າຂອງ ອິດສະລາແອັນ. ບັນດາຜູ້ຄົນນີ້ຈະຖືກເນລະເທດກັບເມືອປະເທດ. ໃນປະຕິກຳລິຍາສາກົນ ທຳອິດຕໍ່ເຫດການ, ກະຊວງການຕ່າງປະເທດ ຕວັກກີ ໄດ້ອອກຖະແຫຼງການກ່າວປະນາມຢ່າງແຮງຕໍ່ເລື່ອງກອງທັບເຮືອອິດສະລາແອັນ ໄດ້ສະກັດກັ້ນກຳປັ່ນໜູນຊ່ວຍສາກົນ ສະໜັບສະໜູນ ເຂດກາຊາ, ຖືນີ້ແມ່ນການກະທຳກໍ່ການຮ້າຍທີ່ອັນຕະລາຍ. ຖະແຫຼງການຂອງກະຊວງການຕ່າງປະເທດ ຕວັກກີ ກໍ່ຢັ້ງຢືນວ່າການກະທຳຂອງ ອິດສະລາແອັນ ແມ່ນລະເມີດກົດໝາຍສາກົນຢ່າງຮ້າຍແຮງ ແລະ ສ້າງການຂູ່ເຂັນທີ່ເປັນອັນຕະລາຍຕໍ່ຊີວິດອິນຊີຂອງ ສາມັນຊົນຜູ້ບໍລິສຸດ.


TAG
VOV/VOVworld/ອິດ​ສະ​ລາ​ແອັນ/ການ​ໜູນ​ຊ່ວຍ/ເຂດ​ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ