logo

ອິນ​ເດີຍ ປະ​ກາດ​ເຫດ​ລະ​ເບີດ​ລົດ​ຢູ່ ປ້ອມ​ແດງ (Red Fort) ແມ່ນ​ການ​ກະ​ທຳ​ກໍ່​ການ​ຮ້າຍ

2025/11/13 | 12:51:40
(VOVWORLD) - ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ຮຽກໂຮມປະຊຸມດ່ວນຂອງຄະນະກຳມະການຄວາມໝັ້ນຄົງຄະນະລັດຖະບານ (CCS) ເພື່ອຕີລາຄາກ່ຽວກັບສະພາບການ ແລະ ຊີ້ນຳການສືບສວນພາຍຫຼັງສິ້ນສຸດການຢ້ຽມຢາມ ຢູ່ Bhutan.
ສະຖານທີ່ເກີດເຫດ (ພາບ: REUTERS/Adnan Abidi)

ວັນທີ 12 ພະຈິກ, ລັດຖະບານ ອິນເດຍ ໄດ້ປະກາດເຫດລະເບີດລົດທີ່ເກີດຂຶ້ນໃນຕອນຄ່ຳວັນທີ 10 ພະຈິກ ໃກ້ກັບເຂດປ້ອມແດງ (Red Fort) ຢູ່ນະຄອນ New Delhi ແມ່ນການກະທຳກໍ່ການຮ້າຍ. ຖະແຫຼງການໄດ້ຍົກອອກມາພາຍຫຼັງກອງປະຊຸມ ຄະນະລັດຖະບານ ໂດຍທ່ານ Amit Shah ລັດຖະມົນຕີກະຊວງພາຍໃນເປັນປະທານໃນວັນທີ 12 ພະຈິກ. ກ່ອນໜ້ານັ້ນ, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ຮຽກໂຮມປະຊຸມດ່ວນຂອງຄະນະກຳມະການຄວາມໝັ້ນຄົງຄະນະລັດຖະບານ (CCS) ເພື່ອຕີລາຄາກ່ຽວກັບສະພາບການ ແລະ ຊີ້ນຳການສືບສວນພາຍຫຼັງສິ້ນສຸດການຢ້ຽມຢາມ ຢູ່ Bhutan. ເລື່ອງຢັ້ງຢືນຢ່າງເປັນທາງການວ່າ ນີ້ແມ່ນການກະທຳກໍການຮ້າຍ ໄດ້ອະນຸຍາດໃຫ້ບັນດາອົງການເຈົ້າໜ້າທີ່ນຳໃຊ້ບັນດາມາດຕະການທາງດ້ານນິຕິກຳທີ່ແຂງກວ່າ, ລວມມີການລົບລ້າງທຸກການຍົກເວັ້ນດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງ ແລະ ເລີ່ມຕົ້ນວິວັດການສືບສວນທາງອາຍາ ຕາມກອບກົດໝາຍວ່າດ້ວຍການຕ້ານການກໍ່ການຮ້າຍທີ່ພວມການປະກາດໃຊ້.

TAG
VOV/VOVworld/ອິນ​ເດຍ/ກໍການ​ຮ້າຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ