logo

ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ຊື້​ນ້ຳ​ມັນຈາກ ອາ​ເມ​ລິ​ກາ ຕື່ມອີກ ເພື່ອ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້​າ

2025/10/16 | 06:13:09
(VOVWORLD) - ການກະທຳນີ້ນອນໃນຍຸດທະສາດຂອງ New Delhi ເພື່ອແນໃສ່ຫຼຸດຜ່ອນສ່ວນເກີນດ້ານການຄ້າທີ່ຂຶ້ນເຖິງກ່ວາ 42 ຕື້ USD ກັບ ອາເມລິກາ, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ແກ່ຂໍ້ຕົກລົງທາງການຄ້າສະບັບໃໝ່ລະຫວ່າງສອງຝ່າຍໃນເດືອນ ພະຈິກ ຈະມາເຖິງ.
ເຄື່ອງເຈະນ້ຳມັນ ຢູ່ ອາເມລິກາ (ພາບ:THX/TTXVN)

ວັນທີ 15 ຕຸລາ, ລັດຖະບານ ອິນເດຍ ໄດ້ປະກາດພ້ອມແລ້ວທີ່ຈະເພີ່ມທະວີການນຳເຂົ້ານ້ຳມັນຈາກ ອາເມລິກາ ຕື່ມອີກ 15 ຕື້ USD ໃນຄວາມມານະພະຍາຍາມຊຸກຍູ້ບັນດາການເຈລະຈາດ້ານການຄ້າສອງຝ່າຍ ແລະ ຫຼຸດຜ່ອນສ່ວນເກີນດ້ານການຄ້າກັບ ວໍຊິງຕັນ. ກະຊວງການຄ້າ ອິນເດຍ ໃຫ້ຮູ້ວ່າ ປັດຈຸບັນ ປະເທດນີ້ພວມນຳເຂົ້ານ້ຳມັນຂອງ ອາເມລິກາ ດ້ວຍມູນຄ່າປະມານ 12 – 13 ຕື້ USD/ປີ ແລະ ອາດຈະເພີ່ມທະວີການນຳເຂົ້າສິນຄ້າປະເພດນີ້ຕື່ມອີກ 14 – 15 ຕື້ USD ອີງຕາມຄວາມສາມາດກັ່ນຕອງນ້ຳມັນທີ່ມີຢູ່ແລ້ວ. ການກະທຳນີ້ນອນໃນຍຸດທະສາດຂອງ New Delhi ເພື່ອແນໃສ່ຫຼຸດຜ່ອນສ່ວນເກີນດ້ານການຄ້າທີ່ຂຶ້ນເຖິງກ່ວາ 42 ຕື້ USD ກັບ ອາເມລິກາ, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ແກ່ຂໍ້ຕົກລົງທາງການຄ້າສະບັບໃໝ່ລະຫວ່າງສອງຝ່າຍໃນເດືອນ ພະຈິກ ຈະມາເຖິງ.

TAG
VOV/VOVworld/ອາ​ເມ​ລິ​ກາ/ອິນ​ເດຍ/ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ