logo

ອີຢູ ຈັດວາງຄຳສັ່ງລົງໂທດ ບັນດາຫົວໂປກໍ່ລັດຖະປະຫານ ຢູ່ Guinea – Bissau

2012/5/4 | 07:58:44

ອີ​ຢູ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ ບັນ​ດາ​ຫົວ​ໂປ​ກໍ່ລັດຖະປະຫານ ຢູ່ Guinea Bissau


ECOWAS ​ໄດ້​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ ​ເພື່ອ​​ເລັ່ງ​ໃສ່​ວົງ​ການ​ການນຳ​ຝ່າຍ​ທະຫານ Guinea – Bissau
(ພາບ: ອີນເຕີເນັດ)

(vovworld) – ວັນ​ທີ 3/5, ສະຫະພາບ​ເອີ​ລົບ (ຫຼື ອີ​ຢູ) ​ໄດ້​ຈັດ​ວາງ​ມາດ​ຕະການ​ລົງ​ໂທດ​ຕ່າງໆ ຕໍ່​ຫົວ​ໂປ​ 6 ຄົນ ​ໃນ​ການ​ກໍ່ລັດຖະປະຫານ​ເມືອ​ວັນ​ທີ 12/4 ທີ່​ຜ່ານ​ມາ​ຢູ່ Guinea – Bissau. ​ໃນ​ຖະ​ແຫຼ​ງການ​ອອກ​ວັນ​ດຽວ​ກັນ, ອີ​ຢູ​ເນັ້ນ​ໜັກ​ວ່າ: ຍ້ອນ​ລັກສະນະ​​ຄວາມ​ຮ້າຍ​ແຮງ ​ໃນ​ສະພາບ​ການ​ມໍ່ໆມາ​ນີ້​ຢູ່ Guinea – Bissau, ກຸ່ມ​ນີ້ໄດ້​ຕົກລົງຫ້າມ​ “6 ຄົນທີ​ພວມ​ນາບ​ຂູ່​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ ຂອງ Guinea – Bissau” ​ເຂົ້າ​ບັນດາ​ປະ​ເທດ ອີ​ຢູ ​ແລະ ປິດ​ລ້ອມຊັບ​ສິນ​ຂອງ​ເຂົາ​ເຈົ້າຢູ່​ບັນດາ​ປະ​ເທດ​ໃນ​ກຸ່ມ​ນີ້. ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂ​ຍບາຍຄວາມ​ສະຫງົບປອດ​ໄພ ​ແລະ ພົວພັນ​ຕ່າງປະ​ເທດ​ຂອງ ອີ​ຢູ່ ທ່ານ​ນາງ Catherine Ashton ຢືນຢັນ​ຄືນ​ໃໝ່​ວ່າ: ອີ​ຢູ ກ່າວ​ປະນາມ​ຢ່າງ​ຮ້າຍ​ແຮງຕໍ່​ການກໍ່​ລັດຖະປະຫານ​ຜ່ານ​ມາ​ຢູ່ Guinea – Bissau, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຟື້ນ​ຟູ “ອຳນາດ​ການ​ປົກຄອງ​ຖືກ​ຕ້ອງຕາມ​ກົດໝາຍ ​ແລະ ​​ລັດຖະທຳ​ມະນູນ” ຢູ່​ປະ​ເທດ​ນີ້ ​ໃນ​ທັນທີ. ກ່ອນ​ໜ້າ​ນັ້ນ, ປະຊາ​ຄົມ​ເສດຖະກິດ​ບັນດາ​ປະ​ເທດ ອາບຟຣີກາ​ຕາ​ເວັນ​ຕົກ (ຫຼື ECOWAS) ​ໄດ້​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ ​ເພື່ອ​​ເລັ່ງ​ໃສ່​ວົງ​ການ​ການນຳ​ຝ່າຍ​ທະຫານ Guinea – Bissau, ພ້ອມ​ກັບ​ບັນດາມາດ​ຕະການ​ລົງ​ໂທດ​ດ້ານການ​ພົວພັນ​ຕ່າງປະ​ເທດ, ​ເສດຖະກິດ ​ແລະ ການ​ເງິນ ອື່ນໆ ຕໍ່​ປະ​ເທດ​ນີ້. ສະຫະ​ພາບ ອາບຟຣີກາ (ຫຼື AU) ກໍ​​ໄດ້ຕົກລົງ​ປົດ ຖານະ​ເປັນ​ສະມາຊິກ​ຂອງ Guinea – Bissau ຈົນ​ກ່ວາ​ວ່າ​​ເວລາ​ໃດ​ທີ່​ປະ​ເທດ​ນີ້​ສ້າງ​​ລັດຖະທຳ​ມະນູນຄືນ​ໃໝ່.

 

TAG
ຈັດວາງມາດຕະການລົງໂທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ