logo

ອີ​ຢິບ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປເຂດ ກາ​ຊາ ​ຕື່ມ​ອີກ 10.000 ໂຕນ

2025/12/17 | 11:25:25
(VOVWORLD) -  ງວດເຄື່ອງຊ່ວຍເຫຼືອຂົນຈາກ ອີຢິບ ເຂົ້າໄປເຂດ ກາຊາ ໃນວັນທີ 16 ທັນວາ ລວມມີສະບຽງອາຫານ, ຢຸກຢາ, ອຸປະກອນການແພດ, ເຊື້ອເພີງ ກວ່າ 8.000 ໂຕນ, ພ້ອມກັບຜ້າຫົ່ມ, ເຄື່ອງກັນໜາວ ແລະ ຜ້າບາດ, ຕູບເກືອບ 70.000 ຜືນ.
ເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທີ 95  ຂອງ ອີຢິບ (ພາບ: VOV)

ນີ້ແມ່ນງວດເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທີ 95 ທີ່ໄດ້ຂົນສົ່ງເຂົ້າເຂດ ກາຊາ ຕາມຂໍ້ລິເລີ່ມ “Zad Al Izza:  ຈາກ ອີຢິບ ເຂົ້າເຂດ ກາຊາ” ທີ່ໄດ້ປຸກລະດົມເມື່ອເດືອນ ກໍລະກົດຜ່ານມາ. ງວດເຄື່ອງຊ່ວຍເຫຼືອຕໍ່ໄປກໍພວມໄດ້ຮັບການກະກຽມຢ່າງຮີບດ່ວນ, ດ້ວຍການເຂົ້າຮ່ວມຂອງອາສາສະໝັກ 35.000 ຄົນໃນທົ່ວ ອີຢິບ.

        ອີຢິບ ແມ່ນປະເທດ ສວມບົດບາດແກ່ນສານໃນຄວາມມານະພະຍາຍາມຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ກາຊາ ໃນໄລຍະເກີດການປະທະກັນໃນຕະຫຼອດ 2 ປີກວ່າທີ່ຜ່ານມາ. ນັບແຕ່ຫົວທີເດືອນ ຕຸລາ 2023, ກາຍໂຣ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳປະມານ 700.000 ໂຕນ ຜ່ານ 2 ດ່ານຊາຍແດນທາງບົກ, ກວມເອົາກວ່າ 70% ຂອງປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳສາກົນທັງໝົດ ທີ່ສົ່ງໃຫ້ ກາຊາ.

TAG
VOV/VOVworld/ເຄື່ອງຊ່ວຍເຫຼືອມະນຸດສະທຳ/ເຂດ​ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ