logo

ອີ​ຢິບ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ເຂົ້າ​ເຂດ ກາ​ຊາ ຕື່ມ​ອີກ

2025/12/9 | 09:00:39
(VOVWORLD) - ວັນທີ 8 ທັນວາ, ອີຢິບ ສືບຕໍ່ຂົນສົ່ງສະບຽງອາຫານ, ຢຸກຢາ, ເຊື້ອເພີງ ແລະ ເສື້ອກັນໜາວນັບພັນໂຕນເຂົ້າເຂດ ກາຊາ ຕື່ມອີກ.
ລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ເຂົ້າເຂດ ກາຊາ ໃນວັນທີ 6 ສິງຫາ 2025 (ພາບ:REUTERS/Amr Abdallah Dals)

 ນີ້ແມ່ນງວດເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທີ 89 ໂດຍອົງການຊີກວົງເດືອນແດງຂອງ ອີຢິບ ຂົນສົ່ງເຂົ້າເຂດ ກາຊາ. ຖ້ຽວຕໍ່ໄປກໍພວມກະກຽມຢ່າງຮີບເຮັ່ງ ແລະ ອາດຈະສົ່ງເຖິງເຂດ ກາຊາໃນສອງ, ສາມຊົ່ວໂມງຈະມາເຖິງ.

ກໍໃນວັນດຽວກັນ, ບັນດາແຫຼ່ງຂ່າວ ປາແລັດສະຕິນໄດ້ ກ່າວຫາກອງທັບ ອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກາດເຂົ້າເຂດ ກາຊາ ຢ່າງໜ້ອຍສຸດ 2 ບັ້ນຕື່ມອີກ. ບັ້ນບຸກໂຈມຕີທີ 1 ເລັ່ງໃສ່ຄ້າຍລີ້ໄພ Jabalia, ທາງທິດເໜືອເຂດ ກາຊາ, ເຮັດໃຫ້ແມ່ຍິງໜຶ່ງຄົນເສຍຊີວິດ ແລະ ຜູ້ຖືກບາດເຈັບ 6 ຄົນ. ບັ້ນບຸກໂຈມຕີທີ 2 ໄດ້ເລັ່ງໃສ່ເຂດ Deir al-Balahຢູ່ໃຈກາງເຂດ ກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

ນັກຂ່າວ VOV ປະຈຳ ອີຢິບ


 

TAG
VOV/VOVworld/ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ/ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ