logo

ອີ​ຢູ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ກ່ຽວ​ກັບ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2026

2025/11/16 | 14:05:37
(VOVWORLD) -  ວັນທີ 15 ພະຈິກ, ສະຫະພາບເອີຣົບ (EU) ໄດ້ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງຊົ່ວຄາວກ່ຽວກັບງົບປະມານປີ 2026 ພາຍຫຼັງການເຈລະຈາລະຫວ່າງຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ລັດຖະສະພາເອີຣົບ (EP) ທີ່ໄດ້ດຳເນີນໃນວັນດຽວກັນ.
(ພາບປະກອບ: REUTERS/Yves Herman)

ຕາມຂໍ້ຕົກລົງ, ຈຳນວນທັງໝົດທີ່ໃຊ້ຈ່າຍຈາກແຫ່ງງົບປະມານ EU ປີ 2026 ຄາດວ່າບັນລຸປະມານ 192,8 ຕື້ ເອີໂຣ (ເທົ່າກັບ 224 ຕື້ USD). ໃນນັ້ນ ຈະຫັກເອົາເງິນ 715 ລ້ານ ເອີຣົບ ເພື່ອສ້າງກອງທຶນສຳຮອງ ເພື່ອນຳໃຊ້ຮັບມືກັບບັນດາກໍລະນີເກີດຂຶ້ນກະທັນຫັນ. ການສ້າງຕັ້ງບ້ວງເງິນສຳຮອງນີ້ ແມ່ນເໝາະສົມກັບຂໍ້ສະເໜີຂອງສ່ວນໃຫຍ່ປະເທດສະມາຊິກທີ່ມີຄວາມປາດຖະໜາຢາກເພີ່ມລັກສະນະໄຫວພິບທາງດ້ານການເງິນຂອງກຸ່ມໃນໄລຍະຂາດສະຖຽນລະພາບ.

        ຂໍ້ຕົກລົງຊົ່ວຄາວກ່ຽວກັບງົບປະມານປີ 2026 ຕ້ອງໄດ້ຮັບການອະນຸມັດຈາກສະພາ ອີຢູ ໃນວັນທີ 24 ພະຈິກ ກ່ອນທີ່ຈະຍື່ນສະເໜີຕໍ່ EP ຮັບຮອງເອົາໃນວາລະປະຊມຸຄົບຄະນະທີ່ຈະດຳເນີນໃນທ້າຍອາທິດນີ້.

TAG
VOV/VOVworld/ງົບປະມານ EU ປີ 2026/ອີ​ຢູ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ