logo

ອີ​ຢິບ ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃຫ້​ແກ່ເຂດ ກາ​ຊາ

2025/12/3 | 06:43:26
(VOVWORLD) -  ໂດຍສືບຕໍ່ບັນດາຄວາມມານະພະຍາຍາມຊ່ວຍເຫຼືອໂດຍດ່ວນໃຫ້ແກ່ປະຊາຊົນ ກາຊາ ໃນສະພາບການລະດູໜາວນີ້, ວັນທີ 2 ທັນວາ, ເຈົ້າໜ້າທີ່ ອີຢິບ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ອີກ 1 ຖ້ຽວ. 
ລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຈາກແຫຼມ ຊີນາຍ ຂອງ ອີຢິບ ເຂົ້າເຂດ ກາຊາ ຜ່ານດ່ານຊາຍແດນ Rafah  (ພາບ: VOV)

ນີ້ແມ່ນຖ້ຽວເຄື່ອງທີ 85 ທີ່ ອີຢິບ ໄດ້ຂົນສົ່ງເຂົ້າເຂດ ກາຊາ ຕາມຂໍ້ລິເລີ່ມ “Zad El-Izza: ຈາກ ອີຢິບ ໄປຮອດເຂດ ກາຊາ” ທີ່ໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ ຜ່ານມາ. ອົງການຊີກວົງເດືອນແດງ ອີຢິບ ໃຫ້ຮູ້ວ່າ ໃນຖ້ຽວເຄື່ອງຊ່ວຍເຫຼືອຄັ້ງນີ້ມີ ສະບຽງອາຫານ 5.300 ໂຕນ, ຢຸກຢາ 3.100 ໂຕນ, ເຊື້ອເພີງ 1.100 ໂຕນ, ພ້ອມດ້ວຍຜ້າຫົ່ມໜາ, ເສື້ອກັນໜາວ ແລະ ຕູບຜ້າບາດນັບໝື່ນອັນ. ເຄື່ອງຖ້ຽວຕໍ່ໄປກໍພວມໄດ້ກະກຽມຢ່າງຕັ້ງໜ້າ ແລະ ອາດຈະໄດ້ສົ່ງໄປຍັງເຂດ ກາຊາ ໃນອີກບໍ່ດົນ. ກວ່າ 2 ປີຜ່ານມາ, ອີຢິບ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງຊ່ວຍເຫຼືອຜ່ານທາງບົກເຂົ້າໄປຍັງເຂດ ກາຊາ ໄດ້ເກືອບ 670.000 ໂຕນ, ກວມເອົາ 70% ປະລິມານເຄື່ອງຊ່ວຍເຫຼືອມະນຸດສະທຳສາກົນໃຫ້ແກ່ເຂດ ກາຊາ.

ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/ເຂດ ກາຊາ/ເຄື່ອງຊ່ວຍເຫຼືອມະນຸດສະທຳສາກົນໃຫ້ແກ່ເຂດ ກາຊາ/ອີ​ຢິບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ