
ການເລືອກຕັ້ງຖືກຈັດຂຶ້ນໃນວັນທີ 26-27/5 ແລະ ມີການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງເກືອບ 54 ລ້ານຄົນ. ຄາດວ່າ, ໝາກຜົນການນັບບັດທາງການຈະຖືກປະກາດໃນວັນທີ 5/6 ຈະມາເຖິງ. ຕາມບັນດານັກສັງເກດການແລ້ວ, ເຖິງວ່າບໍ່ທັນມີໝາກຜົນທາງການແຕ່ຄາດວ່າທ່ານ Abdel Fattah al-Sisi ອະດີດຜູ້ບັນຊາການກອງທັບ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈະຍາດໄດ້ໄຊຊະນະ ຍ້ອນລື່ນກາຍຄູ່ແຂ່ງຄົນດຽວ ແມ່ນທ່ານ Hamdeen Sabani ນັກການເມືອງຝ່າຍຊ້າຍ. ກ່ອນໜ້ານັນ, ທ່ານ Abdel Fattah al-Sisi ຍາດໄດ້ 94% ຈຳນວນບັດສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງອີຢີບ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດໃນການເລືອກຕັ້ງກ່ອນກຳນົດເວລາ.
ອະດີດລັດຖະມົນຕີ Abdel Fattah al – Sisi ແມ່ນຜູ້ທີ່ໄດ້ນຳພາກອງທັບອີຢີບໂຄ່ນລົ້ມອະດີດປະທານາທິບໍດີ Mohamed Morsi ເມື່ອເດືອນ 7/2013. ທ່ານໄດ້ລາອອກຈາກຕຳແໜ່ງເປັນຜູ້ບັນຊາການກອງທັບເພື່ອສະໝັກຮັບເລືອກຕັ້ງໃນຄັ້ງນີ້. ອະດີດພົນທະຫານ Abdel Fattah al – Sisi ໃຫ້ຄຳໝັ້ນສັນຍາວ່າ ຖ້າຫາກໄດ້ຮັບໄຊຊະນະໃນການເລືອກຕັ້ງ ທ່ານຈະສຸມໃສ່ພັດທະນາກະສີກຳ, ເຮືອນຢູ່, ການສຶກສາ, ພັດທະນາບັນດາເຂດທີ່ຍັງປະສົບກັບຄວາມທຸກຍາກ ແລະ ວຽກເຮັດງານທຳ.
ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ຖ້າໄດ້ຮັບໄຊຊະນະໃນການເລືອກຕັ້ງ, ທ່ານ Abdel Fattah al – Sisi ຈະຕ້ອງຮັບຜິດຊອບໜ້າທີ່ໜັກໜ່ວງທີ່ສຸດ. ການທ້າທາຍໃຫຍ່ສຸດນັ້ນແມ່ນການຟື້ນຟູສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ຕອບສະໜອງຄວາມຕ້ອງການດ້ານວຽກເຮັດງານທຳ ກໍ່ຄືປັບປຸງຊີວິດໃຫ້ແກ່ປະຊາຊົນ. ຄຽງຂ້າງນັ້ນ, ການຄັດຄ້ານຢ່າງແຮງຂອງບັນດາສະມາຊິກໃນອົງການອ້າຍນ້ອງຊາວມຸດຊະລິມ ແລະ ການເພີ່ມທະວີການເຄື່ອນໄຫວຂອງບັນດານັກຮົບອິດສະລາມຫົວຮຸນແຮງ ກໍ່ແມ່ນບັນດາປັດໃຈທີ່ກີດຂວາງວິວັດການປະຕິຮູບຢູ່ປະເທດນີ້.
ສອງໜ້າທີ່ອັນຫຍຸ້ງຍາກ
ພາຍຫຼັງ 3 ປີ ທີ່ຂາດສະຖຽນລະພາບ, ອັດຕາຂາດດຸນງົບປະມານຂອງອີຢີບໄດ້ກວມເຖິງ 14% GDP, ໃນຂະນະນັ້ນໜີ້ສິນສາທາລະນະກໍ່ເພີ່ມຂຶ້ນໃນລະດັບກວ່າ 100% GDP. ລັດຖະບານຕ້ອງສືບຕໍ່ກູ້ຢືມທຶນພາຍໃນປະເທດເພື່ອຊົດເຊີຍໃຫ້ບ້ວງເງິນຂາດດຸນງົບປະມານທີ່ນັບມື້ນັບເພີ່ມຂຶ້ນ. ລະດັບເຕີບໂຕເສດຖະກິດບັນລຸພຽງປະມານ 2%/ປີ. ຄວາມຂາດສະຖຽນລະພາບດ້ານການເມືອງພາຍໃນປະເທດ ເຮັດໃຫ້ແຫຼ່ງລາຍຮັບເງິນຕາຕ່າງປະເທດຈາກການທ່ອງທ່ຽວ ແລະ ການລົງທຶນຕ່າງປະເທດຫຼຸດລົງ, ສິ່ງດັ່ງກ່າວກໍ່ເຮັດໃຫ້ສະກຸນເງິນພາຍໃນປະເທດຕົກລາຄາ. ອັດຕາໄພຫວ່າງງານ ແລະ ອັດຕາໄພເງິນເຟີ້ເພີ່ມຂຶ້ນ.
ປະຈຸບັນ, ພົນລະເມືອງອີຢີບກວ່າ 1/4 ພວມດຳລົງຊີວິດໃນສະພາບທຸກຍາກອຶດຫິວ ດ້ວຍລາຍຮັບສະເລ່ຍແມ່ນ 2 USD/ວັນ. ໃນຂະນະນັ້ນ, ອັດຕາຄົນຫວ່າງງານ ປະຈຸບັນແມ່ນໃນລະດັບ 13,4%.
ນັບແຕ່ເດືອນ 1/2011, ອີຢີບ ໄດ້ພະຍາຍາມເຈລະຈາກ່ຽວກັບການກູ້ຢືມທຶນຈາກກອງທຶນເງິນຕາສາກົນ (IMF) ເຖິງ 3 ຄັ້ງແລ້ວ ເພື່ອແນໃສ່ຮັກສາເສດຖະກິດເປັນປົກກະຕິ, ແຕ່ພັດບໍ່ໄດ້ຮັບຜົນ, ຍ້ອນຢາກກູ້ຢືມທຶນແມ່ນຕ້ອງດຳເນີນການປະຕີຮູບຢ່າງເຄັ່ງຄັດທີ່ສຸດ ແລະ ສິ່ງດັ່ງກ່າວຈະສົ່ງຜົນສະທ້ອນເຖິງສະພາບການເມືອງ - ສັງຄົມພາຍໃນປະເທດຢ່າງງ່າຍດາຍ. ແຕ່ໃນຄັ້ງນີ້, ດ້ວຍສະພາບເສດຖະກິດມະຫາພາກພາຍໃນປະເທດ ພວມປະສົບກັບຄວາມຫຍຸ້ງຍາກນັ້ນ, ທ່ານປະທານາທິບໍດີຄົນໃໝ່ຈະບໍ່ມີເສັ້ນທາງເລືອກເຟັ້ນໃດນອກຈາກການອາໄສ IMF, ຍອມຮັບບັນດາເງື່ອນໄຂຈັດວາງ, ພ້ອມກັບ “ຄ່າທົດແທນ“ ດ້ານສັງຄົມ. ຕ້ອງເຮັດແນວໃດເພື່ອສ້າງຄວາມສົມດູນທາງດ້ານເສດຖະກິດຄືນໃໝ່ ນັ້ນແມ່ນຄຳຖາມທີ່ວາງອອກແຕ່ບໍ່ທັນມີຄຳຕອບສຳລັບປະທານາທິບໍດີຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເທື່ອ.
ສືບຕໍ່ການແບ່ງແຍກໃນສັງຄົມ




