logo

ອີຢິບ ໄດ້ສົ່ງເຄື່ອງກູ້ຊ່ວຍເກືອບ 6.000 ໂຕນເຂົ້າ ກາຊາ ຕື່ມອີກ

2025/12/26 | 11:29:04
(VOVWORLD) - ເຄື່ອງງວດນີ້ລວມມີ: ທັນຍາຫານ, ຢຸກຢາ, ເຊື້ອເພີງ, ເຄື່ອງນຸ່ງກັນໜາວ… ລວມ5.900 ໂຕນ.
ເຄື່ອງໜູນຊ່ວຍມະນຸດສະທຳສົ່ງເຂົ້າ ກາຊາ
(ພາບປະກອບ: REUTERS)

ໂດຍສືບຕໍ່ບັນດາຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໂດຍດ່ວນໃຫ້ແກ່ປະຊາຊົນ ກາຊາ ທີ່ຖືກຜົນສະທ້ອນຍ້ອນການປະທະກັນ, ວັນທີ 25 ທັນວາ, ອົງການ ຊິກວົງເດືອນແດງຂອງ ອີຢິບ ໄດ້ສົ່ງງວດເຄື່ອງໜູນຊ່ວຍມະນຸດສະທຳໃໝ່ເຂົ້າ ກາຊາ.

ນີ້ແມ່ນງວດເຄື່ອງມະນຸດສະທຳທີ 102 ຕາມຂໍ້ລິເລີ່ມ “Zad Al-Izza: ຈາກ ອີຢິບ ໄປ ກາຊາ”, ທີ່ໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ ຜ່ານມາ. ເຄື່ອງງວດນີ້ລວມມີ: ທັນຍາຫານ, ຢຸກຢາ, ເຊື້ອເພີງ, ເຄື່ອງນຸ່ງກັນໜາວ… ລວມ5.900 ໂຕນ. ເຄື່ອງງວດຕໍ່ໄປກໍ່ພວມຮີບເຮັ່ງໄດ້ກະກຽມ ດ້ວຍການໜູນຊ່ວຍຂອງນັກອາສາສະໝັກກວ່າ 35.000 ຄົນໃນທົ່ວ ອີຢິບ ແລະ ອາດສາມາດສົ່ງໄປ ກາຊາ ໃນຊຸມຊົ່ວໂມງຈະມາເຖິງ.

ກາຍໂຣ ຢືນຢັນວ່າ ການຂົນສົ່ງເຄື່ອງໜູນຊ່ວຍກວ່າ 780.000 ໂຕນໄປຍັງ ກາຊາ ນັ້ນ, ກວມເອົາ 70% ຈຳນວນເຄື່ອງຊ່ວຍເຫຼືອສາກົນທີ່ສະຫງວນໃຫ້ແກ່ ກາຊາ ນັບແຕ່ທ້າຍເດືອນ ຕຸລາ 2023, ຈຸດເວລາເລີ່ມເກີດການປະທະກັນ.

TAG
VOV/VOVworld/ທັນ​ຍາ​ຫານ/ຢຸກ​ຢາ/ເຊື້ອ​ເພີງ/ເຄື່ອງ​ນຸ່ງກັນ​ໜາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ