logo

ອີ​ຢູ ​ສະ​ເໜີ​ຕົວ​ສົນ​ທິ​ສັນ​ຍາເພື່ອທະ​ເລ​ເມ​ດີ​ຕາ​ລາ​ເນ

2025/11/29 | 07:18:21
(VOVWORLD) -  ສົນທິສັນຍາເພື່ອທະເລເມດີຕາລາເນ ໄດ້ປະກາດໃນເດືອນຕຸລາຜ່ານມາ ແມ່ນໝາກຜົນຂອງວິວັດການທາມທາມຄວາມເຫັນທີ່ເລິກເຊິ່ງກ້ວາງຂວາງລະຫວ່າງ ອີຢູ ແລະ 10 ຄູ່ຮ່ວມມືທະເລເມດີຕາລາເນໃຕ້....

   ວັນທີ 28 ພະຈິກ, ສະຫະພາບ ເອີລົບ (ອີຢູ) ພ້ອມກັບບັນດາປະເທດຄູ່ຮ່ວມມື ທະເລເມດີຕາລາເນໃຕ້ ໄດ້ສະເໜີຕົວສົນທິສັນຍາເພື່ອທະເລເມດີຕາລາເນຢູ່ນະຄອນ Barcelona (ແອດສະປາຍ). ເຫດການ ໄດ້ດຳເນີນໄປໃນສະພາບການທີ່ພາກພື້ນທະເລເມດີຕາລາເນ ໄດ້ຜ່ານຜ່າບັນດາການປ່ຽນແປງອັນເລິກເຊິ່ງດ້ານພູມສາດການເມືອງ ແລະ ເສດຖະກິດ-ສັງຄົມໃນ 3 ທົດສະວັດທີ່ຜ່ານມາ, ຈາກນັ້ນ ໄດ້ຮຽກຮ້ອງຈຳເປັນຕອ້ງມີຂອບເຂດການຮ່ວມມືຢ່າງມີປະສິດທິຜົນ ແລະ ຮອບດ້ານກ່ວາ.

   ສົນທິສັນຍາເພື່ອທະເລເມດີຕາລາເນ ໄດ້ປະກາດໃນເດືອນຕຸລາຜ່ານມາ ແມ່ນໝາກຜົນຂອງວິວັດການທາມທາມຄວາມເຫັນທີ່ເລິກເຊິ່ງກ້ວາງຂວາງລະຫວ່າງ ອີຢູ ແລະ 10 ຄູ່ຮ່ວມມືທະເລເມດີຕາລາເນໃຕ້, ບັນດາອົງການຈັດຕັ້ງພາກພື້ນ, ອົງການ ສປຊ ແລະ ສັງຄົມພົນລະເຮືອນ. ເຫດການນີ້ ໄດ້ຕັ້ງພື້ນຖານໃຫ້ແກ່ຂອບເຂດການຮ່ວມມືອີງຕາມການເປັນກຳມະສິດຮ່ວມ, ປະດິດຄິດສ້າງຮ່ວມ ແລະ ຄວາມຮັບຜິຊອບລວມ ເພື່ອແນໃສ່ຊຸກຍູ້ຄວາມສະຖຽນລະພາບ, ການເຕີບໂຕ ແລະ ການພັດທະນາແບບຍືນຍົງໃນພາກພື້ນ.

TAG
VOV/VOVworld/ອີ​ຢູ ​ສະ​ເໜີ​ຕົວ​ສົນ​ທິ​ສັນ​ຍາເພື່ອທະ​ເລ​ເມ​ດີ​ຕາ​ລາ​ເນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ