logo

ອີ​ຢູ ແລະ ຈີນ ຕົກ​ລົ​ງ​ເປັນ​ເອ​ກະ​ພາບ​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ດິນ​ປະ​ເສີດ

2025/10/22 | 12:59:32
(VOVWORLD) -  ວັນທີ 21 ຕຸລາ, ທ່ານ Maros Sefcovic ກຳມະການການຄ້າ ສະຫະພາບເອີຣົບ ໃຫ້ຮູ້ວ່າ ກຸ່ມນີ້ ແລະ ຈີນ ໄດ້ຕົກລົງເປັນເອກະພາບຈັດບັນດາວາລະເຈລະຈາ “ດ່ວນ” ຢູ່ ບຣຸກແຊັນ ກ່ຽວຂ້ອງເຖິງມາດຕະການຄວບຄຸມການສົ່ງອອກດິນປະເສີດຂອງ ປັກກິ່ງ.

 ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ລັດຖະສະພາເອີຣົບ ຢູ່ Strasbourg (ຝລັ່ງ) ພາຍຫຼັງການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຄ້າ ຈີນ ຫວັງເຫວັນຕາວ ທີ່ແກ່ຍາວ 2 ຊົ່ວໂມງ, ທ່ານ  Maros Sefcovic ກຳມະການການຄ້າ ສະຫະພາບເອີຣົບ ຢັ້ງຢືນວ່າ ທ່ານໄດ້ເຊື້ອເຊີນເຈົ້າໜ້າທີ່ ຈີນ ເດີນທາງໄປຍັງ ບຣຸກແຊນ ໃນຊຸມວັນຈະມາເຖິງເພື່ອຊອກຫາບັນດາມາດຕະການໂດຍດ່ວນກ່ຽວຂ້ອງເຖິງມາດຕະການຄວບຄຸມການສົ່ງອອກດິນປະເສີດຂອງ ປັກກິ່ງ  ເຊິ່ງພວມແມ່ນບັນຫາຂອງການພົວພັນລະຫວ່າງ ອີຢູ ແລະ ຈີນ. ທ່ານລັດຖະມົນຕີກະຊວງການຄ້າ ຈີນ ໄດ້ຮັບຄຳເຊື້ອເຊີນດັ່ງກ່າວ. ທ່ານ Maros Sefcovic ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບທີ່ມີລັກສະນະສ້າງສັນດັ່ງກ່າວ, ສອງຝ່າຍກໍເຫັນດີເປັນເອກະພາບເພີ່ມທະວີການຕິດຕໍ່ຢູ່ທຸກຂັ້ນ.

        ການກະທຳດັ່ງກ່າວໄດ້ດຳເນີນໃນວັນທີ 9 ຕຸລາ ຜ່ານມາ.

TAG
VOV/VOVworld/ການ​ສົ່ງ​ອອກ​ດິນ​ປະ​ເສີດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ