logo

ອີ​ຣັກ​ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ

2025/11/11 | 07:42:24
(VOVWORLD) - ໂອກາດໄດ້ຮັບໄຊຊະນະຂອງຝ່າຍຕ່າງໆແມ່ນເທົ່າທຽມກັນ ແລະ ບໍ່ມີກຳລັງໃດສາມາດຍາດໄດ້ທີ່ນັ່ງສ່ວນຫຼາຍເພື່ອມີສິດສ້າງຕັ້ງລັດຖະບານສະເພາະ.
Members of the Iraqi security forces stand guard outside a polling station on the day of the parliamentary election, in Mosul, Iraq, November 11, 2025. Photo: REUTERS/Khalid al-Mousily

    ວັນທີ  11 ພະຈິກ, ຜູ້ມີສິດເລືອກຕັ້ງ ອີຣັກ ໄດ້ໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດອາຍຸການໃໝ່. ຄະນະກຳມະການເລືອກຕັ້ງເອກະລາດສູງສຸດ ອີຣັກ (IHEC) ໃຫ້ຮູ້ວ່າ: ການເລືອກຕັ້ງປີນີ້ມີຜູ້ອອກສະໝັກເລືອກຕັ້ງກ່ວາ 7700 ຄົນເຂົ້າຮ່ວມ, ໃນນັ້ນ ຜູ້ຍິງມີ 2200 ຄົນ ເພື່ອແນໃສ່ຍາດແຍ່ງ 329 ທີ່ນັ່ງສະມາຊິກລັດຖະສະພາໃນສະພາແຫ່ງຊາດ ອີຣັກ ອາຍຸການໃໝ່. ຜູ້ມີສິດເລືອກຕັ້ງ 21.4 ລ້ານຄົນ ໄດ້ຈົດທະບຽນເຂົ້າຮ່ວມການປ່ອນບັດ. ອົງການເລືອງຕັ້ງ ອີຣັກ ໄດ້ສ້າງຕັ້ງກ່ວາ 8700 ສະຖານທີ່ປ່ອນບັດໃນທົ່ວຜືນແຜ່ນດິນ ພາຍໃຕ້ການຕິດຕາມກວດກາຂອງນັກສັງເກດການ ທັງພາຍໃນປະເທດ, ພາກພື້ນ ແລະ ສາກົນນັບພັນຄົນ.

  ບັນດາກຸ່ມການເມືອງແກ່ນສານໄດ້ແກ້ງແຍ້ງໃນການເລືອກຕັ້ງສະພາແຫ່ງຊາດຢູ່ ອີຣັກ ຄັ້ງນີ້ ລວມມີບັນດາພັນທະມິດອິດສະລາມນິກາຍ ຊີອະ ໂດຍທ່ານ Nouri Al-Maliki ອະດີດນາຍົກລັດຖະມົນຕີ ແລະ ບາດຫຼວງ  Ammar Al-Hakim ນຳພາ; ບັນດາກຸ່ມອິດສະລາມນິກາຍ ຊັນນີ ໂດຍທ່ານ Mohammed Al-Halbousi ອະດີດປະທານສະພາແຫ່ງຊາດ ແລະ ທ່ານ Mahmoud Al-Mashhadani ນຳພາ; ພ້ອມດ້ວຍ 2 ພັກໃຫ່ຍຂອງຊາວເກີດ ແມ່ນພັກປະຊາທິປະໄຕ Kurdistan (KDP)  ແລະ ພັກພັນທະມິດຮັກຊາດ Kurdistan (PUK).  ບັນດາການຕີລາຄາຫຼ້າສຸດໃຫ້ເຫັນວ່າ ໂອກາດໄດ້ຮັບໄຊຊະນະຂອງຝ່າຍຕ່າງໆແມ່ນເທົ່າທຽມກັນ ແລະ ບໍ່ມີກຳລັງໃດສາມາດຍາດໄດ້ທີ່ນັ່ງສ່ວນຫຼາຍເພື່ອມີສິດສ້າງຕັ້ງລັດຖະບານສະເພາະ. ຝ່າຍໄດ້ຮັບໄຊຊະນະອາດຈະຕ້ອງປະນີປະນອມກັບໜຶ່ງ ຫຼືຫຼາຍຝ່າຍອື່ນ ເພື່ອສ້າງຕັ້ງລັດຖະບານປະສົມ.

TAG
VOV/VOVworld/ອີ​ຣັກ​ ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ/ພັກປະຊາທິປະໄຕ Kurdistan (KDP)/ພັກພັນທະມິດຮັກຊາດ Kurdistan (PUK)

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ