logo

ອີຣານ ຍົກອອກຂໍ້ ສະເໜີນິວເຄຼຍໃໝ່ກັບ ກຸ່ມ P5+1

2012/5/24 | 08:20:52
ຮອບເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1, ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມ ໝັ້ນຄົງສະຫະປະຊາຊາດ ພ້ອມກັບ ເຢຍລະມັນ, ໄດ້ສິ້ນສຸດລົງແຕ່ບໍ່ບັນລຸໄດ້ໝາກຜົນທີ່ກະໂດດຂັ້ນໃດໆ

ຮອບເຈລະຈາລະຫວ່າງ ກຸ່ມ P5+1 ແລະ ອີຣານ
(ພາບ: Reuters)

(vovworld) – ວັນທີ 23/5, ຮອບເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1, ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບ ເຢຍລະມັນ, ໄດ້ສິ້ນສຸດລົງແຕ່ບໍ່ບັນລຸໄດ້ໝາກຜົນທີ່ກະໂດດຂັ້ນໃດໆ. ໃນກອງປະຊຸມທີ່ດຳເນີນຢູ່ນະຄອນຫຼວງ ແບດແດດ ຂອງ ອີຣັກ, ອີຣານ ໄດ້ຍົກອອກຂໍ້ສະເໜີໃໝ່ເພື່ອເຮັດໃຫ້ບັນດາຝ່າຍສືບຕໍ່ດຳເນີນບັນດາຮອບເຈລະຈາຕໍ່ໄປ. ເຕເຮຣານ ໄດ້ຍົກອອກຂໍ້ສະເໜີລວມມີ 5 ຂໍ້, ໂດຍອີງໃສ່ບັນດາຫຼັກການເທື່ອລະກ້າວ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ແຕ່ເຖິງຢ່າງໃດກໍຕາມ, ສຳນັກຂ່າວສານອີຣານ ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບບັນດາຂໍ້ສະເໜີນີ້. ກ່ອນໜ້ານັ້ນ, ກໍໃນວັນດຽວກັນ, ກຸ່ມ P5+1 ກໍໄດ້ຍົກອອກຂໍ້ສະເໜີອື່ນກັບ ອີຣານ. ຂໍ້ສະເໜີນີ້ລວມມີຂໍ້ຕົກລົງກ່ຽວກັບເລື່ອງ ອີຣານ ຈະສົ່ງ uranium ທີ່ໄດ້ເສີມແລ້ວ, ໄປຍັງຕ່າງປະເທດ ເພື່ອແລກປ່ຽນເອົາເຊື້ອໄຟໃຫ້ແກ່ເຕົານິວເຄຼຍ ຮັບໃຊ້ໃຫ້ແກ່ຈຸດປະສົງຄົ້ນຄ້ວາດ້ານການແພດ.

 

TAG
ເຈລະຈາ/ນິວເຄຼຍ/ກຸ່ມ P5+1

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ