logo

ອີ​ຣານ ຖະ​ແຫຼງ​ຄວບ​ຄຸມ​ໄດ້​ສະ​ພາບ​ການ, ກຽມ​ພ້ອມ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

2026/1/13 | 09:19:49
(VOVWORLD) - ບັນດາບັ້ນແຫ່ຂະບວນປະທ້ວງໃນເບື້ອງຕົ້ນແມ່ນເລີ່ມມາຈາກສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ, ລວມມີການຫຼຸດຄ່າຂອງສະກຸນເງິນ rial  ແລະ ບັນດາມາດຕະການປະຕິຮູບການອຸດໜູນ, ແຕ່ຫຼັງຈາກນັ້ນ ໄດ້ພາໄປເຖິງການ “ໃຊ້ຄວາມຮຸນແຮງ ແລະ ປະທະກັນຢ່າງນອງເລືອດ” ແນໃສ່ສ້າງຂໍ້ອ້າງໃຫ້ມີການແຊກແຊງຈາກພາຍນອກ.
ທ່ານ Seyed Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ  ກ່າວຄຳເຫັນໃນວັນທີ 12 ມັງກອນ (ພາບ: IRIB/Handout via REUTERS)

ວັນທີ 12 ມັກງອນ, ທ່ານ Seyed Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ຖະແຫຼງວ່າ ສະພາບການພາຍໃນປະເທດໃນປັດຈຸບັນ “ສາມາດຄວບຄຸມໄດ້”. ເມື່ອກ່າວຄຳເຫັນຕໍ່ໜ້າບັນດານັກການທູດປະຈຳ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ Araghchi  ຖືວ່າ ບັນດາບັ້ນແຫ່ຂະບວນປະທ້ວງໃນເບື້ອງຕົ້ນແມ່ນເລີ່ມມາຈາກສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ, ລວມມີການຫຼຸດຄ່າຂອງສະກຸນເງິນ rial  ແລະ ບັນດາມາດຕະການປະຕິຮູບການອຸດໜູນ, ແຕ່ຫຼັງຈາກນັ້ນ ໄດ້ພາໄປເຖິງການ “ໃຊ້ຄວາມຮຸນແຮງ ແລະ ປະທະກັນຢ່າງນອງເລືອດ” ແນໃສ່ສ້າງຂໍ້ອ້າງໃຫ້ມີການແຊກແຊງຈາກພາຍນອກ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຢັ້ງຢືນວ່າ ເຕເຮຣານ ເກັບກຳໄດ້ຫຼັກຖານກ່ຽວກັບການຍື່ນມືເຂົ້າຂອງ ອາເມລິກາ ແລະ ອິດສະຣາແອັນ ໃນບັນດາການເຄື່ອນໄຫວ ເຊິ່ງ ອີຣານ ເອີ້ນວ່າ “ກໍ່ການຮ້າຍພາຍໃນປະເທດ”, ພ້ອມທັງໃຫ້ຮູ້ວ່າ ກຳລັງປ້ອງກັນຄວາມສະຫງົບຈະກວາດລ້າງບັນດາເປົ້າໝາຍທີ່ກ່ຽວຂ້ອງ. ກະຊວງການຕ່າງປະເທດ ອີຣານ ກໍຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ຖອນຄືນຖະແຫຼງການສະໜັບສະໜູນຜູ້ແຫ່ຂະບວນປະທ້ວງຢ່າງເປັນທາງການ.

ກ່ຽວຂ້ອງເຖິງສາຍພົວພັນກັບ ວໍຊິງຕັນ, ທ່ານ Araghchi ເນັ້ນໜັກວ່າ ອີຣານ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ, ແຕ່ພຽງແຕ່ບົນພື້ນຖານຄວາມຍຸຕິທຳ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ບໍ່ເຫັນດີຕໍ່ການຈຳວາງ.

ວັນທີ 12 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ຈະຈັດວາງອັດຕາພາສີ 25% ສຳລັບບໍ່ວ່າປະເທດໃດ ທີ່ມີການເຄື່ອນໄຫວດຳເນີນທຸລະກິດກັບ ອີຣານ. ໃນສື່ສັງຄົມອອນລາຍ Truth Social, ທ່ານ Trump ຊີ້ແຈ້ງວ່າ ລະດັບພາສີອາກອນ “ມີຜົນສັກສິດໃນທັນທີ”. ຕາມນັ້ນແລ້ວ, ບໍ່ວ່າປະເທດໃດທີ່ມີການພົວພັນການຄ້າກັບປະເທດ ສາທາລະນະລັດ ອິດສະລາມ ກໍ່ລ້ວນແຕ່ຖືກຈັດວາງອັດຕາພາສີ 25% ສຳລັບບໍ່ວ່າທຸລະກຳໃດ ຫຼືທຸລະກຳທັງໝົດ ກັບ ອາເມລິກາ.

TAG
VOV/VOVworld/ແຫ່​ຂະ​ບວນ​ປະ​ທ້ວງ/ກໍ່​ການ​ຮ້າຍ​ພາຍ​ໃນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ