![]() |
| ນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ເຂົ້າຮ່ວມງານລ້ຽງຂອງ APEC Auckland, New Zealand ເມື່ອ 1999. ນີ້ກໍເປັນຄັ້ງທຳອິດທີ່ນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ມີການພົບປະກັບປະທານາທິບໍດີ ອາເມລິກາ Bill Clinton ຢູ່ APEC Auckland ປະເທດນິວຊີແລນເມື່ອປີ 1999. |
![]() |
| ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ພົບປະກັບປະທານາທິບໍດີ ອາເມລິກາ George W. Bush ຢູ່ທຳນຽບຂາວໃນຂອບເຂດການຢ້ຽມຢາມອາເມລິກາ ໃນນາມເປັນນາຍົກລັດຖະມົນຕີຄົນທຳອິດຂອງຫວຽດນາມ ທຳການຢ້ຽມຢາມອາເມລິກາ ພາຍຫຼັງສົງຄາມສິ້ນສຸດລົງເປັນເວລາ 30 ປີ. |
![]() |
| ອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ເກີດວັນທີ 25 ທັນວາປີ 1933 ຢູ່ຕາແສງເຕີນທົງໂຫ້ຍ, ເມືອງກູຈີ, ນະຄອນໂຮ່ຈິມິນ. ປີ 1991 ທ່ານໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ໃນໄລຍະ 1997-2006 ເປັນກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ |
![]() |
| ເດືອນມີຖຸນາປີ 2006, ທ່ານຂໍພັກຜ່ອນ ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານເປັນເວລາ 1 ປີ. ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 11, ທ່ານ ຟານວັນຂາຍ ຢາກຮັບຄວາມຜິດຊອບຕໍ່ປະຊາຊົນ, ຕໍ່ພັກ ແລະ ສະພາແຫ່ງຊາດ ຂະນະທີ່ບໍ່ສາມາດສະກັດກັ້ນ, ຄົ້ນພົບບັນດາກໍລະນີຮ້ອນເຮັງທີ່ແກ່ຍາວ. |
![]() |
| ການຢ້ຽມຢາມອາເມລິກາ ໄດ້ເປັນຂີດໝາຍໃໝ່ໃນສາຍພົວພັນລະຫວ່າງ 2 ປະເທດ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ມີສັນຍາທີ່ມີມູນຄ່າສູງຫຼາຍສະບັບໄດ້ຮັບການລົງນາມ. ໃນຮູບຖ່າຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍໄປຢ້ຽມຢາມມະຫາວິທະຍາໄລ Havard ຢູ່ອາເມລິກາເມື່ອປີ 2005. |
![]() |
| ໃນການຢ້ຽມຢາມອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ແລະ ລັດຖະມົນຕີການຄ້າ ອາເມລິກາ Carlos Gutierrez ເປັນສັກຂີພິຍານພິທີລົງນາມໃນສັນຍາຊື້ເຮືອບິນ ໂບອິງ 787-8 Dreamliner 4 ລຳ. |
![]() |
| ແລະ ກໍໃນການຢ້ຽມຢາມອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ພົບປະກັບມະຫາເສດຖີ Bill Gates. ລັດຖະບານຫວຽດນາມ ແລະ Microsoft ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບຂໍ້ຕົກລົງວ່າດ້ວຍການກໍ່ສ້າງ ແລະ ພັດທະນາບັນດາບໍລິສັດເຕັກໂນໂລຢີຂໍ້ມູນຂ່າວສານຫວຽດນາມ ແລະ ບຳລຸງສ້າງຄູອາຈານຫວຽດນາມ 5 ໝື່ນຄົນໃນຂົງເຂດຄອມພິວເຕີ ແລະ ຊອບແວ. |
![]() |
| ປີ 2003, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ທຳການຢ້ຽມຢາມຍີປຸ່ນຢ່າງເປັນທາງການ. ຢູ່ທີ່ນີ້, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາໜູນຊ່ວຍພັດທະນາ, ລົງທຶນ, ການຄ້າ. ໃນຮູບຖ່າຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ພວມຈັບມືກັບຄູ່ຕຳແໜ່ງຍີປຸ່ນ Junichiro Koizumi |
![]() |
| ໃນປີ 2003, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີນິວຊີແລນ Helen Clark ເມື່ອມາຢ້ຽມຢາມຫວຽດນາມ. |
![]() |
| ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ(ແຖວໜ້າ, ສຸດເບື້ອງຊ້າຍ) ເຂົ້າຮ່ວມເວທີປາໄສເສດຖະກິດອາຊີ-ປາຊີຟິກ (APEC) ຢູ່ໄທເມື່ອວັນທີ 21 ຕຸລາປີ 2003 |
![]() |
| ປີ 2004, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 10 ທີ່ຈັດຂຶ້ນຢູ່ລາວ. ຢູ່ທີ່ນີ້, ທ່ານ ແລະ ບັນດາການນຳໄດ້ເຊັນຂໍ້ຕົກລົງຍົກເລີກຮົ້ວພາສີອາກອນດ້ວຍ 11 ຂົງເຂດຮັບບຸລິມະສິດ, ມຸ່ງໄປສູ່ການສ້າງຕັ້ງຕະຫຼາດໜຶ່ງດຽວຕາມທ່າອຽງຂອງບັນດາປະເທດເອີລົບ. |
![]() |
| ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ເຊັນສົນທິສັນຍາເພີ່ມເຕີມໃຫ້ແກ່ສັນຍາກ່ຽວກັບລະບຽບການຊາຍແດນລະຫວ່າງຫວຽດນາມ ແລະ ກຳປູເຈຍເນື່ອງໃນໂອກາດການຢ້ຽມຢາມຂອງທ່ານຮຸນແຊນເມື່ອເດືອນຕຸລາປີ 2005. |
![]() |
| ວັນທີ 5 ມີຖຸນາປີ 2006, ທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Donald Rumsfeld ຢູ່ຮ່າໂນ້ຍ. 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມດ້ານການປ້ອງກັນຊາດລະຫວ່າງ 2 ປະເທດ, ຊອກຫາຊາວອາເມລິກາທີ່ຫາຍສາບສູນ ແລະ ການແກ້ໄຂຜົນຮ້າຍຢ່ອນຫຼັງຈາກສານພິດສີສົ້ມພາຍຫຼັງສົງຄາມ |




