logo

ອະດີດເອກອັກຄະລັດຖະທູດ ອົດສະຕາລີ: ລະບົບການເມືອງມີສະຖຽນລະພາບແມ່ນທ່າແຮງຢ່າງໃຫຍ່ຫຼວງຂອງ ຫວຽດນາມ

2026/1/18 | 06:46:17
(VOVWORLD) - ທ່ານ Andrew Goledzinowski ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນພິເສດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນພິເສດ
(ພາບ: TTXVN)

“ຫວຽດນາມ ມີລະບົບການເມືອງທີ່ມີສະຖຽນລະພາບ, ແລະ ນັ້ນແມ່ນໜຶ່ງໃນບັນດາທ່າແຮງຂອງປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້”. ນີ້ແມ່ນຂໍ້ສັງເກດຂອງທ່ານ Andrew Goledzinowski, ອະດີດເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (2022 – 2024), ທີ່ການຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ປະຈຳ ອົດສະຕາລີ ຫວ່າງມໍ່ໆມານີ້.

ທ່ານ Andrew Goledzinowski ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການການເມືອງສຳຄັນພິເສດ. ອະນາຄົດຂອງ ຫວຽດນາມ ນອນຢູ່ການປ່ຽນແປງ ແລະ ຮັບມືກັບສະພາບການສາກົນທີ່ພວມມີການຜັນແປທາງດ້ານເສດຖະກິດ, ການເມືອງ ແລະ ພູມສາດຍຸດທະສາດຢ່າງວ່ອງໄວ. ທ່ານກໍ່ໃຫ້ຂໍ້ສັງເກດວ່າ ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ເປັນເຈົ້າການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫຼາຍຄູ່ຮ່ວມມື. ນີ້ແມ່ນຍຸດທະສາດສະແດງໃຫ້ເຫັນວິໄສທັດອັນຍາວໄກຂອງ ຫວຽດນາມ ກ່ຽວກັບທີ່ຕັ້ງ ແລະ ອະນາຄົດຂອງການພັດທະນາໃນໂລກພວມທີ່ມີການປ່ຽນແປງ.

TAG
VOV/VOVworld/​ເສດ​ຖະ​ກິດ/ການ​ເມືອງ/ພູມ​ສາດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ