ທ່ານນາງ Kuon Chenda ເຈົ້າຂອງຮ້ານ |
ແຕ່ລະປີ ທີ່ບັນດາໂຮງຂ້າສັດຢູ່ ກໍາປູເຈຍ, ມີເຂົາງົວຄວາຍ, ກະດູກສັດລ້ຽງ 4 ຕີນ ຖືກປະຖີ້ມບັນດາສິ່ງເສດເຫຼືອດັ່ງກ່າວເມື່ອລະລາຍຈະກໍ່ມົນລະພິດສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢູ່ອ້ອມຂ້າງ ແລະ ສຸຂະພາບຂອງຄົນເຮົາ. ດ້ວຍຄວາມປາດຖະໜາຢາກປະກອບສ່ວນຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ທ່ານນາງ Kuon Chenda ພ້ອມກັບສາມີ ທ່ານ Try Sokchan ໄດ້ຄົ້ນຄວ້າ ຜະລິດອອກບັນດາຜະລິດຕະພັນເຮັດດ້ວຍເຂົາງົວ, ຄວາຍຄື ເຄື່ອງໃຊ້ສອຍ, ເຄື່ອງປະດັບ ແລະ ເຄື່ອງຕົບແຕ່ງທີ່ງາມຕາ.
“ເຫດຜົນທີ່ຂ້າພະເຈົ້າເລືອກເຮັດວຽກງານນີ້ ກໍຍ້ອນບັນຫາສິ່ງແວດລ້ອມ, ໂດຍເລີ່ມຈາກການຫຼຸດຜ່ອນສິ່ງເສດເຫຼືອຈາກເຂົາງົວ, ຄວາຍ. ພວກຂ້າພະເຈົ້າຈຶ່ງໄດ້ເກັບຊື້ ແລະ ເອົາໄປເຮັດເປັນບັນດາຜະລິດຕະພັນຫັດຖະກຳທີ່ງາມຕາ, ຈາກນັ້ນ ກໍ່ໄດ້ສ້າງລາຍຮັບເພີ່ມເຕີມ, ສ້າງວຽກເຮັດງານທຳໃຫ້ແກ່ຄົນຢູ່ອ້ອມຂ້າງ. ຜະລິດຕະພັນຂອງພວກຂ້າພະເຈົ້າກໍມີຫຼາກຮູບຫຼາຍແບບ ບໍ່ວ່າຈະແມ່ນເຄື່ອງປະດັບ, ເຄື່ອງຕົກແຕ່ງ ຕະຫຼອດຮອດເຄື່ອງເຟີນີເຈີ”.
ບັນດາຜະລິດຕະພັນໄດ້ເຮັດຈາກເຂົາຄວາຍ |
ຜົວເມຍເອື້ອຍ Kuon Chenda ເຮັດບັນດາຜະລິດຕະພັນເປັນທີ່ລະນຶກຈາກເຂົາ ໄດ້ປະມານ 20 ປີແລ້ວ. ໄລ່ມາຮອດປັດຈຸບັນ, ໂຮງຈັກເຄື່ອງຫັດຖະກຳຂອງຜົວເມຍເອື້ອຍ Chenda ໄດ້ຊ່ວຍຫຼຸດຜ່ອນການປ່ອຍເຂົາອອກສູ່ສິ່ງແວດລ້ອມ ປະມານ 1 ໂຕນ, ໃນໄລຍະ ແຕ່ 2 – 3 ເດືອນ ຫຼື ໄວກວ່າ ຕາມຄວາມຮຽກຮ້ອງຕົວຈິງ. ຕາມການແບ່ງປັນຂອງເອື້ອຍ Kuon Chenda ແລ້ວ, ເພື່ອເຮັດຜະລິດຕະພັນເຄື່ອງຫັດຖະກຳຈາກເຂົາໜຶ່ງອອກມານັ້ນ ແມ່ນມີວິວັດການທີ່ບໍ່ງ່າຍ. ກ່ອນອື່ນໝົດແມ່ນຈັດການເຂົາທີ່ສັບສົນ ເພື່ອດັບກິ່ນຄາວເໝັນ ກໍຄືບັນດາເຊື້ອແບັດທີເລຍ.
“ເຂົາທີ່ຊື້ມາແມ່ນເປື້ອນ ແລະ ເໝັນຫຼາຍ. ດັ່ງນັ້ນ, ພວກຂ້າພະເຈົ້າຕ້ອງເອົາໄປຕົ້ມໃນເວລາ ແຕ່ 7 – 10 ມື້ ເພື່ອດັບກິ່ນຄາວເໝັນ ແລະ ໃຫ້ນ້ຳມັນທີິ່ຕິດນຳເຂົາອອກສາກ່ອນ. ຫຼັງຈາກນັ້ນ ຈຶ່ງເອົາໄປຕາກແດດໃຫ້ແຫ້ງ ແລ້ວເອົາໄປຕາກລົມໃນເວລາ 6 ເດືອນ ຈຶ່ງສາມາດເອົາໄປຜະລິດເປັນເຄື່ອງຂອງໄດ້. ໃນຂະນະເຮັດ, ນາຍຊ່າງກໍຕ້ອງລອກຂູດເອົາເປືອກທາງນອກ ແລະ ທາງໃນເຂົາອອກ, ພຽງແຕ່ນຳໃຊ້ແກນກາງຂອງມັນເທົ່ານັ້ນ. ດັ່ງນັ້ນ ພາຍຫຼັງທີ່ຜະລິດສຳເລັດ, ບັນດາຜະລິດຕະພັນເຄື່ອງຫັດຖະກຳຈະມີສີສັນທີ່ງາມຕາຫຼາຍ”.
ເຂົາງົວ, ເຂົາຄວາຍ ແມ່ນມີຄວາມທົນທານສູງ, ສາມາດເຮັດເປັນຫວີ, ເຄື່ອງປະດັບເອ້ຢ້ອງ, ສາຍແອວ, ຂອບແວ່ນຕາ ຫຼື ເຄື່ອງທີ່ລະນຶກທີ່ງາມຕາ. ບັນດາຜະລິດຕະພັນດັ່ງກ່າວໄດ້ວາງຂາຍຢູ່ຮ້ານຂາຍເຄື່ອງ ດ້ວຍລາຄາແຕ່ 3 – 300 USD ຫຼື ສູງກວ່າ. ໃນນັ້ນ, ຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວຫຼາຍກວ່າໝູ່ ແມ່ນສາຍແອວ ທີ່ໄດ້ເຮັດມາຈາກເຂົາງົວ ດ້ວຍລາຄາແຕ່ 30 – 70 USD. ທ່ານ Thon Vandi, ແຂກທ່ອງທ່ຽວມາຢ້ຽມຊົມຮ້ານ “ຜະລິດຕະພັນເຮັດດ້ວຍເຂົາ Somornea” ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມປະທັບໃຈເມື່ອເຫັນວ່າບັນດາເຂົາຄວາຍທີ່ຄິດວ່າໄຮ້ປະໂຫຍດ ພັດໄດ້ຜະລິດເປັນເຄື່ອງທີ່ລະນຶກງາມຕາເຊັ່ນນີ້. ສາມາດເວົ້າໄດ້ວ່າ ວຽກງານນີ້ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ. ແຂກທ່ອງທ່ຽວຕ່າງປະເທດເມື່ອມາທ່ຽວຢູ່ກຳປູເຈຍ ຈະມີຄວາມຈັບອົກຈັບໃຈທີ່ສຸດ ແລະ ຊື້ເປັນຂອງຕ້ອນຂອງຝາກ. ວຽກງານນີ້ກໍປະກອບສ່ວນໂຄສະນາເຜີຍແຜ່ພາບພົດຜະລິດຕະພັນຫັດຖະກຳຂອງ ກຳປູເຈຍ ອອກສູ່ໂລກ”.
ຍ້ອນໄດ້ເຮັດດ້ວຍມືທັງໝົດ ສະນັ້ນ, ແຕ່ລະຜະລິດຕະພັນທີ່ໄດ້ວາງຂາຍຢູ່ຮ້ານ “ຜະລິດຕະພັນເຮັດດ້ວຍເຂົາ Somornea” ລ້ວນແຕ່ແມ່ນຜະລິດຕະພັນທີ່ມີໜຶ່ງດຽວ. ນີ້ກໍແມ່ນສາຍເຫດທີ່ເຮັດໃຫ້ຜະລິດຕະພັນຫັດຖະກຳຢູ່ ກຳປູເຈຍ ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວຕ່າງປະເທດເປັນທີ່ສຸດ. ຍ້ອນໄດ້ຮັບການສະໜັບສະໜູນຈາກປະຊາຄົມພາຍໃນປະເທດ, ເຖິງວ່າຍັງບໍ່ທັນໄດ້ຜົນກຳໄລພໍປານໃດ ແຕ່ເອື້ອຍ Kuon Chenda ແລະ ສາມີ Try Sokchan ກໍຍັງມານະພະຍາຍາມປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍກະດູກ, ເຂົາສັດລ້ຽງອອກສູ່ສິ່ງແວດລ້ອມ ກໍຄື ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ຫຼາຍຄົນ./.




