logo

ອາຊຽນ 47: ຈະບໍ່ມີຖະແຫຼງການຮ່ວມດ້ານການຄ້າກັບ ອາເມລິກາ

2025/10/26 | 07:52:20
(VOVWORLD) - ບັນດາກອງປະຊຸມກະກຽມໃຫ້ສະໄໝປະຊຸມ ບໍ່ໄດ້ເຕື້ອງເຖິງບັນຫານີ້, ແລະ ເລື່ອງບັນດາປະເທດ ອາຊຽນ ຍົກອອກທັດສະນະເອງ, ເຮັດວຽກໂດຍກົງກັບ ອາເມລິກາ ແມ່ນສອດຄ່ອງກັບທ່າອ່ຽງທະວີພາຄີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump.
ທ່ານ Mohamad Hasan ລັດຖະມົນຕີການຕ່າງປະເທດ ມາເລເຊຍ
(ພາບ: REUTERS/Chalinee Thirasupa)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 25 ຕຸລາ, ກ່ອນຈັດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47, ທ່ານ Mohamad Hasan ລັດຖະມົນຕີການຕ່າງປະເທດ ມາເລເຊຍ ຢືນຢັນວ່າ ອາຊຽນ ຈະບໍ່ຍົກອອກຖະແຫຼງການຮ່ວມກ່ຽວຂ້ອງເຖິງການຄ້າ ຫຼື ພາສີອາກອນກັບ ອາເມລິກາ ໃນກອງປະຊຸມຄັ້ງນີ້.

ຕາມທ່ານ Mohamad Hasan ແລ້ວ, ບັນດາກອງປະຊຸມກະກຽມໃຫ້ສະໄໝປະຊຸມ ບໍ່ໄດ້ເຕື້ອງເຖິງບັນຫານີ້, ແລະ ເລື່ອງບັນດາປະເທດ ອາຊຽນ ຍົກອອກທັດສະນະເອງ, ເຮັດວຽກໂດຍກົງກັບ ອາເມລິກາ ແມ່ນສອດຄ່ອງກັບທ່າອ່ຽງທະວີພາຄີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump. ກ່ຽວກັບການພົວພັນກັບສະຫະປະພາບເອີລົບ, ທ່ານໃຫ້ຮູ້ວ່າ ອາຊຽນ ແລະ ອີຢູ ພວມຢູ່ໃນໄລຍະສຸດທ້າຍຂອງວິວັດການເຈລະຈາສັນຍາການຄ້າເສລີ ອາຊຽນ - ອີຢູ (FTA), ດ້ວຍຄວາມຕັ້ງໜ້າຫຼາຍຢ່າງ.

ມີເນື້ອໃນສຳຄັນອື່ນອີກ ນັ້ນແມ່ນຖະແຫຼງການຮ່ວມລະຫວ່າງ ໄທ ແລະ ກຳປູເຈຍ, ຄາດວ່າຈະໄດ້ລົງນາມໃນຂອບເຂດກອງປະຊຸມ ໂດຍການເປັນສັກຂີພິຍານຂອງ ມາເລເຊຍ ແລະ ອາເມລິກາ.

TAG
VOV/VOVworld/ໄລ​ຍະ​/​ເຈ​ລະ​ຈາ/​ສັນ​ຍາ​/ການ​ຄ້າ/​ເສ​ລີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ