logo

ອາຊຽນ ຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຫຼອກລວງ

2025/11/3 | 09:50:17
(VOVWORLD) - ຕຳຫຼວດ ໄທ ຫວັງວ່າ ໝາກຜົນຂອງກອງປະຊຸມນີ້ ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາອົງການປະຕິບັດກົດໝາຍ, ສ່ວຍໃຫ້ບັນດາປະເທດຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.

      ໄທ ຈະເປັນປະທານຈັດກອງປະຊຸມຜູ້ບັນຊາການຕະຫຼວດບັນດາປະເທດ ອາຊຽນ ຄັ້ງທີ 43 (ASEANAPOL-43), ແຕ່ວັນທີ 03 – 07 ພະຈິກ 2025 ຢູ່ນະຄອນຫຼວງ ບາງກອກ, ດ້ວຍຫົວຂໍ້ “ຮ່ວມມືກັນກະທຳ: ມ້າງທຳລາຍການຫຼອກລວງ, ສະກັດກັ້ນການສໍ້ໂກງ ແລະ ປົກປ້ອງປະຊາຊົນ”. ກອງປະຊຸມຄັ້ງນີ້ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນແມ່ນເຈົ້າໜ້າທີ່ຕຳຫຼວດ, ຄວາມໝັ້ນຄົງຂັ້ນສູງບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມມືຕ່າງປະເທດ ແລະ ນັກສັງເກດການສາກົນ.

      ໃນຂອບເຂດກອງປະຊຸມຄັ້ງນີ້, ບັນດາຄະນະກຳມະການຂຶ້ນກັບ, ກຸ່ມເຮັດວຽກ ແລະ ວາລະເຮັດວຽກ 2 ຝ່າຍຈະສຸມໃສ່ປຶກສາຫາລືການຍົກສູງປະສິດທິຜົນບັນດາຂອບເຂດການຮ່ວມມື ແລະ ກົນໄກສົມທົບກັນ, ດ້ວຍເປົ້າໝາຍປະຕິກິຍະຢ່າງວ່ອງໄວ ແລະ ສະກັດກັ້ນບັນດາການເຄື່ອນໄຫວຂອງອາດຊະຍາກຳຢ່າງທັນການ. ຕຳຫຼວດ ໄທ ຫວັງວ່າ ໝາກຜົນຂອງກອງປະຊຸມນີ້ ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາອົງການປະຕິບັດກົດໝາຍ, ສ່ວຍໃຫ້ບັນດາປະເທດຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.

TAG
VOV/VOVworld/ປຶກ​ສາ​ຫາ​ລື​/​ຍົກ​ສູງ/​ປະ​ສິດ​ທິ​ຜົນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ