logo

ອາຊຽນ ເພີ່ມທະວີການຮ່ວມສຳພັນ ແລະ ພັດທະນາພື້ນຖານໂຄງລ່າງແບບຍືນຍົງ

2018/3/16 | 07:39:34
(VOVWORLD) - ແຕ່ວັນທີ 14 – 15 ມີນາ, ທີ່ນະຄອນຫລວງ Jakarta, ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມຂອງຄະນະກຳມະການປະສານງານຮ່ວມສຳພັນ ອາຊຽນ (ACCC), ກອງປະຊຸມຂອງບັນດາປະເທດຈຸດສຸມແຫ່ງຊາດໃຫ້ແກ່ຂົງເຂດພື້ນຖານໂຄງລ່າງແບບຍືນຍົງ (LIB-SI) ແລະ ການທາບທາມຄຳເຫັນລະຫວ່າງ ACCC ແລະ LIB-SI.
ບັນດາຜູ້ແທນເຂົ້າຮ່ວມ (ພາບ: ຫວຽດນາມ+)

ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນາມ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ, ຜູ້ຕາງໜ້າ ຫວຽດນາມ ປະຈຳຄະນະກຳມະການປະສານງານຮ່ວມສຳພັນ, ນຳໜ້າຄະນະ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວດັ່ງກ່າວ.

        ປະເມີນຜົນຄວາມຄືບໜ້າໃນການຜັນຂະຫຍາຍແຜນການສັງລວມຮ່ວມສຳພັນ ອາຊຽນ (MPAC) 2025, ບັນດາສະມາຊິກ ACCC ຮັບຮູ້ວຽກງານຜັນຂະຫຍາຍດັ່ງກ່າວ ໄດ້ດຳເນີນຢ່າງຄົບຊຸດໃນທຸກຂົງເຂດ. ໃນໄລຍະຈະມາເຖິງ, ບັນດາປະເທດເຫັນດີເປັນເອກະພາບສຸມໃສ່ຊຸກຍູ້ການຜັນຂະຫຍາຍບັນດາໂຄງການໃນຂອບເຂດຂໍ້ລິເລີ່ມ 15 ຂໍ້ຂອງແຜນການສັງລວມ, ໃນນັ້ນ ຍົກສູງບົດບາດຄວາມຮັບຜິດຊອບຂອງບັນດາອົງການຈຸດສຸມໃນການຜັນຂະຫຍາຍ ແລະ ອົງການລົງເລິກວິຊາທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ກອງປະຊຸມກໍ່ໄດ້ເລີ່ມດຳເນີນການປຶກສາຫາລືຮູບແບບ , ວິທີການປະເມີນຜົນ ແລະ ຕີລາຄາຄວາມຄືບໜ້າໃນການຜັນຂະຫຍາຍ MPAC 2025, ຕາມນັ້ນແລ້ວ ສິງກະໂປ ສະເໜີຈັດຕັ້ງກອງປະຊຸມປຶກສາຫາລືກ່ຽວກັບບັນຫານີ້ ໃນເດືອນ ກັນຍາ 2018 ຢູ່ ສິງກະໂປ.

TAG
VOV/VOVworld/ຄະ​ນ​ະ​ປະ​ຕິ​ບັດ​ງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ