logo

ອາຊຽນ ເຫັນດີກັບ ບັນຫາຈຳນວນຫນຶ່ງ ໃຫ້ແກ່ກອງປະຊຸມສຸດຍອດຈະມາເຖິງ

2012/3/7 | 11:11:45
ບັນດາ​ເຈົ້າ​ຫນ້າ​ທີ​ຂັ້ນ​ສູງ ຮັບຜິດຊອບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ວັດທະນະທຳ ສັງຄົມ ບັນດາ​ປະ​ເທດ​ຂຶ້ນ​ກັບ ອາ​ຊຽນ ​ໄດ້​ອັດ​ວາລະ​ປະຊຸມ​ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ

(vovworld) - ວັນ​ທີ 7/3, ບັນດາ​ເຈົ້າ​ຫນ້າ​ທີ​ຂັ້ນ​ສູງ ຮັບຜິດຊອບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ວັດທະນະທຳ ສັງຄົມ ບັນດາ​ປະ​ເທດ​ຂຶ້ນ​ກັບ ອາ​ຊຽນ ​ໄດ້​ອັດ​ວາລະ​ປະຊຸມ​ຢູ່​ນະຄອນຫລວງ ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ ດ້ວຍ​ການ​ບັນລຸ​ບາ​ງຂໍ້​ຕົກລົງ​ກ່ຽວ​ກັບ​ແຜນ​ຮ່າງ ​ແລະ ​ໂຄງການ​ດຳ​ເນີນ​ງານ​ໃຫ​້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20 ພ້ອມ​ກັບ​ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 3 -4/4 ຈະ​ມາ​ເຖິງ. ​ແຈ້ງ​ການ​ຫນັງສື​ພິມ​ໄດ້​ຍົກ​ອອກ​ພາຍຫລັງ​ການ​ປະຊຸມ​​ໃຫ້​ຮູ້​ວ່າ: ບັນດາ​ຜູ້​ແທນ​ໄດ້ປຶກສາ​ຫາລື ​ແລະ ​ເຫັນ​ດີ​ຈະ​ສ້າງ​ແຜນ​ຮ່າງ​ຖະ​ແຫລ​ງການ​ສິດທິ​ມະນຸດອາ​ຊຽນ​ໃຫ້​ສຳ​ເລັດ​ເພື່ອ​ຍືນ​ສະ​ເຫ​ນີກອງ​ປະຊຸມ​ສຸດ​ຍອດ​   ອາ​ຊຽນຄັ້ງ​ທີ 21 ຊຶ່ງ​ດຳ​ເນີນ​ໄປ​ໃນ​ເດືອນ 11 ຈະ​ມາ​ເຖິງ. ນອກ​ນັ້ນ ບັນດາ​ຜູ້​ແທນ​ກໍ​ເຫັນ​ດີ​ຍູ້​ແຮງ​ວິວັດ​ການ​ຮຽບຮຽງ​ຂໍ້​ມາດຕາ​ທາ​ບທ່າມ (TOR) ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ກ່າວ​ເຕືອນ ​ແລະ ສັນຕິພາບ ອາ​ຊຽນ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 7 ​ແລະ ຮ່າງ​ສັນຍາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປອດ​ອາວຸດ​ນິວ​ເຄຼຍ ​ເພື່ອ​ຍືນ​ສະ​ເຫ​ນີກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20.

TAG
ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ