logo

ອາຊຽນ ແລະ ຕວກກີ ເຫັນດີເປັນເອກະພາບບັນຊີລາຍຊື່ບັນດາຂົງເຂດຮ່ວມມືບຸລິມະສິດຮອດປີ 2023

2019/7/20 | 08:14:00
(VOVWORLD) - ອາຊຽນ ແລະ ຕວກກີ ໄດ້ຮັບຮອງເອົາບັນຊີລາຍຊື່ບັນດາຂົງເຂດຮ່ວມມືບຸລິມະສິດລະຫວ່າງ ອາຊຽນ - ຕວກກີ ໄລຍະປີ 2019 – 2023 ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຕໍ່, ພັດທະນາວິສາຫະກິດ…
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລວມຕາມຂົງເຂດ ອາຊຽນ - ຕວກກີ (ພາບ: ຫວຽດນາມ+)

ຕາມຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ ແລ້ວ, ກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລວມຕາມຂົງເຂດ ອາຊຽນ - ຕວກກີ (AT-JSCC) ໄດ້ດຳເນີນຢູ່ຄະນະເລຂາ ອາຊຽນ ຈາກາຕາ (ອິນໂດເນເຊຍ) ໃນວັນທີ 18 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງຮອງເລຂາທິການໃຫຍ່ ອາຊຽນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານບັນດາປະເທດ ອາຊຽນ, ເອກອັກຄະລັດຖະທູດ ຕວກກີ ປະຈຳ ອາຊຽນ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ຕວກກີ. ທີ່ກອງປະຊຸມ, ອາຊຽນ ແລະ ຕວກກີ ໄດ້ຮັບຮອງເອົາບັນຊີລາຍຊື່ບັນດາຂົງເຂດຮ່ວມມືບຸລິມະສິດລະຫວ່າງ ອາຊຽນ - ຕວກກີ ໄລຍະປີ 2019 – 2023 ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຕໍ່, ພັດທະນາວິສາຫະກິດ…ສ່ວນ ຕວກກີ ໄດ້ປະກາດວ່າຈະສະຫງວນງົບປະມານ 1 ລ້ານ USD ໃຫ້ແກ່ການຜັນຂະຫຍາຍບັນດາການເຄື່ອນໄຫວ ແລະ ໂຄງການຮ່ວມມື 2 ຝ່າຍໃນໄລຍະສະເພາະໜ້າ. ອາຊຽນ ແລະ ຕວກກີ ກໍ່ເຫັນດີເປັນເອກະພາບວ່າຈະຜັນຂະຫຍາຍບັນດາໂຄງການໂດຍ ຕວກກີ ເປັນຝ່າຍສະເໜີກ່ຽວກັບການແບ່ງປັນການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ແມ່ຍິງ, ບຳລຸງສ້າງພະນັກງານ, ວິສາຫະກິດ ແລະ ຊຸກຍູ້ການລົງທຶນໂດຍໄວ.  

TAG
VOV/VOVworld/ອາຊຽນ/ຕວກກີ/ບຸລິມະສິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ