logo

ອາທິດທີ 4 ຂອງການແຂ່ງຂັນຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນ ພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ

2022/7/12 | 07:30:55
(VOVWORLD) - ການແຂ່ງຂັນຄັ້ງນີ້ໄດ້ຮັບການຈັດຂຶ້ນຕາມຮູບແບບປາລະໄນແຕ່ລະອາທິດໃນເວບໄຊຂອງສື່ເອກເລັກໂຕນິກພັກກອມມູນິດ ຫວຽດນາມ, ສື່ສັງຄົມ VCNet ແລະ ບັນດາອົງການສື່ມວນຊົນສົມທົບກັນໃນເວລາ 12 ອາທິດຂອງການຈັດການແຂ່ງຂັນ, ແຕ່ວັນທີ 13/6/2022 – 5/9/2022.
ພາບປະກອບ

ຄະນະຈັດຕັ້ງການແຂ່ງຂັນ “ຊອກຮູ້ກ່ຽວກັບປະຫວັດສາດສາຍພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ໃຫ້ຮູ້ວ່າ: ໃນອາທິດແຂ່ງຂັນທີ 4 (ແຕ່ 16 ໂມງ 00 ວັນທີ 4 ກໍລະກົດ ຫາ 15 ໂມງ 00 ວັນທີ 11 ກໍລະກົດ) ມີຜູ້ເຂົ້າຮ່ວມ 36.537 ຄົນດ້ວຍ 148.500 ເທື່ອ, ໃນນັ້ນມີຜູ້ຕອບຖືກທັງ 10 ຄົນຖາມກ່ວາ 4.000 ຄົນ. ຈຳນວນຜູ້ເຂົ້າຮ່ວມຖືສັນຊາດ ຫວຽດນາມ ແມ່ນ 36.363 ຄົນ, ສ່ວນຍັງເຫຼືອແມ່ນຜູ້ຖືສັນຊາດ ລາວ ແລະ ປະເທດອື່ນໆ.       ການແຂ່ງຂັນຄັ້ງນີ້ໄດ້ຮັບການຈັດຂຶ້ນຕາມຮູບແບບປາລະໄນແຕ່ລະອາທິດໃນເວບໄຊຂອງສື່ເອກເລັກໂຕນິກພັກກອມມູນິດ ຫວຽດນາມ, ສື່ສັງຄົມ VCNet ແລະ ບັນດາອົງການສື່ມວນຊົນສົມທົບກັນໃນເວລາ 12 ອາທິດຂອງການຈັດການແຂ່ງຂັນ, ແຕ່ວັນທີ 13/6/2022 – 5/9/2022. ການແຂ່ງຂັນເພື່ອແນໃສ່ສຶກສາມູນເຊື້ອການປະຕິວັດ, ເຮັດໃຫ້ປະຊາຊົນແຕ່ລະຄົນ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດເຂົ້າໃຈເລິກເຊິ່ງກ່ວາ ກ່ຽວກັບການພົວພັນມິດຕະພາບ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາລັດທິສັງຄົມນິຍົມຢູ່ແຕ່ລະປະເທດ.

TAG
VOV/VOVworld/ການ​ເສັງ ປາລະໄນ/ສື່ສັງຄົມ VCNet

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ