logo

ອາ​ຣັບ​ບິ ຊາ​ອຸ​ດິ ແລະ ອາ​ເມ​ລິ​ກາ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກ່ຽວ​ກັບ AI

2025/11/20 | 08:44:55
(VOVWORLD) - ຂໍ້ຕົກລົງສະບັບນີ້ຂຸດຄົ້ນທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດ, ພະລັງງານ ແລະ ທີ່ດິນຂອງ ອາຣັບບິ ຊາອຸດິ ເພື່ອແນໃສ່ພັດທະນາກຸ່ມເຕັກໂນໂລຢີ AI, ຮັບໃຊ້ຄວາມຕ້ອງການການບໍລິການ AI ແລະ Cloud Coumputing ພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ. 
ເຈົ້າຊາຍ Faisal bin Farhan  ລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ແລະ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: REUTERS/Ken Cedeno)

ວັນທີ 19 ພະຈິກ, ພາຍໃຕ້ການເປັນປະທານຂອງ ເຈົ້າຊາຍ Faisal bin Farhan  ລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ແລະ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ,  ອາຣັບບິ ຊາອຸດິ ແລະ ອາເມລິກາ ໄດ້ເຊັ່ນຂໍ້ຕົກລົງທີ່ມີຊື່ວ່າ “ການພົວພັນຄູ່ຮ່ວມມືຍຸດທະສາດ ກ່ຽວກັບປັນຍາປະດິດ” (AI), ເຊິ່ງໄດ້ສ້າງບາດກ້າວທີ່ກາວໜ້າໃນປະຫວັດສາດໃນການພົວພັນສອງຝ່າຍ. ຂໍ້ຕົກລົງໄດ້ປະກາດຢູ່ນອກການຢ້ຽມຢາມ ອາເມລິກາ ທາງລັດຖະກິດ ຂອງມົງກຸດລາຊະກຸມມານ Mohammed bin Salman.

ຂໍ້ຕົກລົງສະບັບນີ້ຂຸດຄົ້ນທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມສາດ, ພະລັງງານ ແລະ ທີ່ດິນຂອງ ອາຣັບບິ ຊາອຸດິ ເພື່ອແນໃສ່ພັດທະນາກຸ່ມເຕັກໂນໂລຢີ AI, ຮັບໃຊ້ຄວາມຕ້ອງການການບໍລິການ AI ແລະ Cloud Coumputing ພາຍໃນປະເທດ, ພາກພື້ນ ແລະ ທົ່ວໂລກ. ຂໍ້ຕົກລົງກໍ່ໝູນໃຊ້ລະບົບນິເວດເຕັກໂນໂລຢີອາເມລິກາ ເພື່ອສ້າງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດໃຫ້ແກ່ທັງສອງປະເທດ. ເນື້ອໃນຂໍ້ຕົກລົງລວມມີການສະໜອງເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ, ພັດທະນາແອັບ AI, ສ້າງພື້ນຖານໂຄງລ່າງ AI ທີ່ທັນສະໄໝ, ເປີດກວ້າງການລົງທຶນທີ່ມີມູນຄ່າສູງ ແລະ ພັດທະນາກຳລັງຄວາມສາມາດຂອງປະເທດຊາດກ່ຽວກັບປັນຍາປະດິດ. ສອງຝ່າຍໄດ້ຢັ້ງຢືນຄຳໝັ້ນສັນຍາຍົກສູງປະລິມານ, ນະວັດຕະກຳ ແລະ ຜົນປະໂຫຍດດ້ານເສດຖະກິດ - ສັງຄົມ, ຜ່ານບັນດາການພົວພັນຄູ່ຮ່ວມມືຍຸດທະສາດຍາວນານ ດ້ວຍຈຸດສຸມແມ່ນຄວາມໝັ້ນຄົງດ້ານເສດຖະກິດ.

TAG
VOV/VOVworld/ອາ​ຣັບ​ບິ ຊາ​ອຸ​ດິ/ອາ​ເມ​ລິ​ກາ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ