logo

ອາ​ເມ​ລິ​ກາ ຈະ​ຂາຍ​ຊິບ​ຂັ້ນ​ສູງ​ຂອງ Nvidia ໃຫ້​ແກ່ ຈີນ

2025/12/10 | 10:07:03
(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຈະຕົກລົງເຫັນດີໃຫ້ກຸ່ມບໍລິສັດ Nvidia ຂາຍຊິບຂັ້ນສູງ H200 ໃຫ້ແກ່ບັນດາລູກຄ້າທີ່ໄດ້ຮັບການຕົກລົງຮອງຮັບເອົາຢູ່ ຈີນ ໄປຄຽງຄູ່ກັບເງື່ອນໄຂທີ່ວ່າ, ລັດຖະບານ ອາເມລິກາ ຈະໄດ້ຮັບ 25% ຂອງລາຍຮັບຈາກການຂາຍຊິບໃຫ້ແກ່ ປັກກິ່ງ.  

   ເມື່ອຂຽນລົງສື່ສັງຄົມອອນໄລ ໃນຕອນຄ່ຳວັນທີ 9 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຈະຕົກລົງເຫັນດີໃຫ້ກຸ່ມບໍລິສັດ Nvidia, ມີສຳນັກງານຕັ້ງຢູ່ລັດ California ຂາຍຊິບຂັ້ນສູງ H200 ໃຫ້ແກ່ບັນດາລູກຄ້າທີ່ໄດ້ຮັບການຕົກລົງຮອງຮັບເອົາຢູ່ ຈີນ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວຈະໄປຄຽງຄູ່ກັບເງື່ອນໄຂທີ່ວ່າ, ລັດຖະບານ ອາເມລິກາ ຈະໄດ້ຮັບ 25% ຂອງລາຍຮັບຈາກການຂາຍຊິບໃຫ້ແກ່ ປັກກິ່ງ.  

        ກ່ອນໜ້ານັ້ນ ໃນເດືອນສິງຫາຜ່ານມາ, Nvidia ແລະ AMD ໄດ້ເຫັນດີແບ່ງປັນກັບລັດຖະບານ ອາເມລິກາ 15% ລາຍຮັບທີ່ເກັບມາຈາກການເຄື່ອນໄຫວຂາຍຊິບໃຫ້ແກ່ ຈີນ. ປັດຈຸບັນ, ຊິບ H200 ທີ່ທ່ານ Trump ອະນຸຍາດໃຫ້ຂາຍນັ້ນ ແມ່ນລຸ້ນດີ ແຕ່ບໍ່ແມ່ນລຸ້ນຊິບມີພະລັງແຮງສຸດຂອງ Nvidia.

        ຕາມທ່ານ Trump ແລ້ວ, ເລື່ອງຊື້ - ຂາຍ ຈະໄດ້ຮັບການປະຕິບັດ “ໃນບັນດາເງື່ອນໄຂທີ່ອະນຸຍາດເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ”.

ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/Nvidia/​ຊິບ​​ຂັ້ນ​ສູງ H200

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ