logo

ອາເມລິກາ ຍົກອອກຄຳຮຽກຮ້ອງກ່ຽວກັບກຳລັງຮັກສາສັນຕິພາບສາກົນຢູ່ເຂດ ກາຊາ

2025/10/25 | 07:39:29
(VOVWORLD) - ຖ້າຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນຢູ່ເຂດ ກາຊາ ຕາມຂໍ້ສະເໜີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ນັ້ນ, ພາກສ່ວນຂອງກຳລັງດັ່ງກ່າວຕ້ອງແມ່ນບັນດາປະເທດທີ່ ອິດສະຣາແອັນ ເຫັນດີໃຫ້ເຂົ້າຮ່ວມ.
(ພາບປະກອບ: REUTERS/Dawoud Abu Alkas)

ວັນທີ 24 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເນັ້ນໜັກວ່າ ຖ້າຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນຢູ່ເຂດ ກາຊາ ຕາມຂໍ້ສະເໜີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ນັ້ນ, ພາກສ່ວນຂອງກຳລັງດັ່ງກ່າວຕ້ອງແມ່ນບັນດາປະເທດທີ່ ອິດສະຣາແອັນ ເຫັນດີໃຫ້ເຂົ້າຮ່ວມ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນ Kiryat Gat, ອິດສະຣາແອັນ, ທ່ານ Marco Rubio ເນັ້ນໜັກວ່າ ປະຈຸບັນ, ອິດສະຣາແອັນ ແລະ ບັນດາຄູ່ຮ່ວມມືສາກົນຍັງພວມປຶກສາຫາລືກ່ຽວກັບອະນາຄົດການສ້າງໂຄງປະກອບການຄຸ້ມຄອງເຂດ ກາຊາ, ແຕ່ແນ່ນອນວ່າຈະບໍ່ມີບ່ອນໃຫ້ສຳລັບຂະບວນການ ອິດສະລາມ ຮາມາດ.

ໃນຂະນະນັ້ນ, ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ ກຳລັງປ້ອງກັນຕົວ ອິດສະຣາແອັນ ພວມພິຈາລະນາຖອນທະຫານອອກຈາກເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຕື່ມອີກ ພາຍຫຼັງຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ຮາມາດ ມີຜົນສັກສິດ.

TAG
VOV/VOVworld/​ສາ​ກົນ/​ປຶກ​ສາ​ຫາ​ລື/ອະ​ນາ​ຄົ​ດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ