logo

ອາເມລິກາ ດຳເນີນການບຸກໂຈມຕີທາງອາກາດທະຫານກະບົດລັດອິດສະລາມ IS ຢູ່ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເຣຍ

2025/12/26 | 11:27:13
(VOVWORLD) - ກອງບັນຊາການ ອາຟະລິກາ ຂອງກອງທັບ ອາເມລິກາ ໄດ້ຢັ້ງຢືນວ່າ ການບຸກໂຈມຕີທາງອາກາດໄດ້ເຮັດໃຫ້ມືປືນ IS ຫຼາຍຄົນເສຍຊີວິດ.
(ພາບປະກອບ: REUTERS/Sodiq Adelakun)

ຕອນຄ່ຳວັນທີ 25 ທັນວາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ອອກຄຳສັ່ງປະຕິບັດການບຸກໂຈມຕີທາງອາກາດ ແນໃສ່ບັນດາມືປືນຂຶ້ນກັບອົງການລັດອິດສະລາມ (IS) ຢູ່ທາງທິດຕາເວັນຕົກສ່ຽງເໜືອ ໄນຈີເຣຍ ຕາມການສະເໜີຂອງລັດຖະບານປະເທດ ອາຟະລິກາ ຕາເວັນຕົກ. ທ່ານ Donald Trump ພັນລະນາວ່າ ນີ້ແມ່ນການບຸກໂຈມຕີຢ່າງແຮງແນໃສ່ພາກສ່ວນ IS ເຊິ່ງທ່ານກ່າວຫາວ່າໄດ້ດຳເນີນເຫດເຂັ່ນຂ້າທີ່ປ່າເຖື່ອນ, ແນໃສ່ບັນດາຊາວຄຣິດສະຕຽນຢູ່ທາງທິດເໜືອຕາເວັນຕົກສ່ຽງເໜືອ ໄນຈີເຣຍ.

ໃນສື່ສັງຄົມ X, ກອງບັນຊາການ ອາຟະລິກາ ຂອງກອງທັບ ອາເມລິກາ ໄດ້ຢັ້ງຢືນວ່າ ການບຸກໂຈມຕີທາງອາກາດໄດ້ເຮັດໃຫ້ມືປືນ IS ຫຼາຍຄົນເສຍຊີວິດ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ບໍ່ປະກາດລາຍລະອຽດກ່ຽວກັບສະຖານທີ່ ຫຼື ຈຳນວນຜູ້ເສຍຊີວິດ.

TAG
VOV/VOVworld/ເຂ​ັ່ນ​ຂ້າ/​ປ່າ​ເຖື່ອນ/ກອງ​ທັບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ